ຕອນເຊົ້າວັນທີ 28 ຕຸລາ (ຕາມເວລາທ້ອງຖິ່ນ, ກົງກັບຕອນບ່າຍຕາມເວລາ ຮ່າໂນ້ຍ), ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງຮອດສະໜາມບິນ London Stansted, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ Keir Starmer.
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ເດີນທາງຮອດສະໜາມບິນ London Stansted, ເລີ່ມຕົ້ນການເຄື່ອນໄຫວຢ້ຽມຢາມ ລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ ຢ່າງເປັນທາງການ
ເມື່ອຕ້ອນຮັບທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນ ມີທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ອັງກິດ Seema Malhotra, ທ່ານ Ian Frew ເອກອັກຄະລັດຖະທູດ ອັງກິດ ປະຈຳ ຫວຽດນາມ, ທ່ານ Stephan Walton, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັງກິດ ໂດ້ມິງຮຸ່ງ ພ້ອມດ້ວຍພະນັກງານສະຖານທູດ ຫວຽດນາມ ປະຈຳ ອັງກິດ.
ການປະຕິບັດງານຄັ້ງນີ້ຂອງທ່ານເລຂາທິການໃຫຍ່ ໂຕເລິມ ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ, ເພື່ອສັນຕິພາບ ແລະ ພັດທະນາ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ, ທີ່ຕັ້ງບົດບາດໃນການພົວພັນທາງການທູດຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ.
ພາຍຫຼັງເດີນທາງຮອດ ລອນດອນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ຄະນະຜູ້ແທນ ຫວຽດນາມ ໄດ້ໄປວາງພວງມາລາຢູ່ສຸສານຂອງທ່ານ Karl Marx, ນັກປັດຊະຍາ, ນັກທິດສະດີອັດສະລິຍະ ແລະ ແມ່ນນັກປະຕິວັດທີ່ມີຊື່ສຽງໃນໂລກ ຢູ່ເຂດສຸສານ Highgate. ນະທີ່ນີ້, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ສະຫງວນ 1 ນາທີ ກົ້ມຫົວໄວ້ອາໄລຜູ້ນຳ Karl Marx.
(ແຫຼ່ງຄັດຈາກ VOV)