ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ…
ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນອັດສະລິຍະດິນແດນ ຫວຽດ ປີ 2025. ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ… ພິເສດ, ຂົງເຂດເຕັກໂນໂລຢີດີຈີຕອນສືບຕໍ່ໄດ້ກຳນົດວ່າ ແມ່ນຫົວໃຈຂອງລາງວັນດັ່ງກ່າວ, ແມ່ນບ່ອນເຕົ້າໂຮມບັນດາມາດຕະການບຸກທະລຸ, ຮັບໃຊ້ພາລະກິດຫັນເປັນດີຈີຕອນແຫ່ງຊາດໂດຍກົງ.
ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:
“ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການພັດທະນາປະເທດຊາດໄລຍະ 2021 – 2030 ແລະຮຽກຮ້ອງການສຶກສາ ແລະ ບຳລຸງສ້າງ, ວິທະຍາສາດ ແລະ ເຕັກໂນໂລຢີຕ້ອງ “ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໂດຍພື້ນຖານ ແລະ ຮອບດ້ານ, ພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ດຶງດູດ ແລະ ຖືການນຳໃຊ້ຜູ້ເກັ່ງກ້າເປັນສຳຄັນ. ຊຸກຍູ້ການຄົ້ນຄວ້າຖ່າຍທອດ ແລະ ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມຢ່າງແຮງ.” ນີ້ແມ່ນໜ້າທີ່ ເຊິ່ງສະມາຄົມສົ່ງເສີມການຮຽນ ຫວຽດນາມ, ບັນດາກະຊວງ, ຄະນະ, ຂະແໜງການ ແລະ ຄະນະຈັດຕັ້ງລາງວັນ “ອັດສະລິຍະດິນແດນ ຫວຽດ” ຕ້ອງສືບຕໍ່ຍູ້ແຮງປະຕິບັດເພື່ອດຶງດູດໄດ້ນັກວິທະຍາສາດ, ຜູ້ເມົາມົວກັບການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຢີເປັນຈຳນວນຫຼວງຫຼາຍ, ນຳມາເຊິ່ງບັນດາພູມປັນຍາໃໝ່, ເປັນເຈົ້າຂອງເຕັກໂນໂລຢີ ແລະ ປະດິດຄິດສ້າງບັນດາເຕັກໂນໂລຢີ”.
(ແຫຼ່ງຄັດຈາກ VOV)