ຂ່າວສານ

ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ​ມອບລາງວັນອັດ​ສະ​ລິ​​ຍະດິນ​ແດນ ຫວຽດ ​​ປີ 2025

ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ…
ພິທີມອບລາງວັນ

ຕອນຄ່ຳວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ ຫວຽດນາມ  ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີມອບລາງວັນອັດສະລິຍະດິນແດນ ຫວຽດ ປີ 2025. ມີ 21 ລາງວັນໄດ້ມອບໃຫ້ບຸກຄົນ, ໝູ່ຄະນະໃນບັນດາຂົງເຂດ, ເຊັ່ນ: ເຕັກໂນໂລຢີດີຈີຕອນ, ແພດການຢາ, ໄວໜຸ່ມປະດິດຄິດສ້າງ, ສົ່ງເສີມການຮຽນ - ຮຽນດ້ວຍຕົນເອງ ແລະ ລາງວັນອຸທິສ່ວນ… ພິເສດ, ຂົງເຂດເຕັກໂນໂລຢີດີຈີຕອນສືບຕໍ່ໄດ້ກຳນົດວ່າ ແມ່ນຫົວໃຈຂອງລາງວັນດັ່ງກ່າວ, ແມ່ນບ່ອນເຕົ້າໂຮມບັນດາມາດຕະການບຸກທະລຸ, ຮັບໃຊ້ພາລະກິດຫັນເປັນດີຈີຕອນແຫ່ງຊາດໂດຍກົງ.

ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ເຈິ່ນແທັງເໝິນ ໃຫ້ຮູ້ວ່າ:

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ກຳນົດການພັດທະນາປະເທດຊາດໄລຍະ 2021  2030 ແລະຮຽກຮ້ອງການສຶກສາ ແລະ ບຳລຸງສ້າງວິທະຍາສາດ ແລະ ເຕັກໂນໂລຢີຕ້ອງ “ສ້າງບາດກ້າວບຸກທະລຸໃນການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງກໍ່ສ້າງໂດຍພື້ນຖານ ແລະ ຮອບດ້ານພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງດຶງດູດ ແລະ ຖືການນຳໃຊ້ຜູ້ເກັ່ງກ້າເປັນສຳຄັນ. ຊຸກຍູ້ການຄົ້ນຄວ້າຖ່າຍທອດ ແລະ ໝູນໃຊ້ຜົນງານຂອງການປະຕິວັດອຸດສາຫະກຳຄັ້ງທີ ເຂົ້າໃນທຸກຂົງເຂດຂອງຊີວິດສັງຄົມຢ່າງແຮງ.” ນີ້ແມ່ນໜ້າທີ່ ເຊິ່ງສະມາຄົມສົ່ງເສີມການຮຽນ ຫວຽດນາມບັນດາກະຊວງຄະນະຂະແໜງການ ແລະ ຄະນະຈັດຕັ້ງລາງວັນ “ອັດສະລິຍະດິນແດນ ຫວຽດ” ຕ້ອງສືບຕໍ່ຍູ້ແຮງປະຕິບັດເພື່ອດຶງດູດໄດ້ນັກວິທະຍາສາດຜູ້ເມົາມົວກັບການປະດິດຄິດສ້າງວິທະຍາສາດ, ເຕັກໂນໂລຢີເປັນຈຳນວນຫຼວງຫຼາຍນຳມາເຊິ່ງບັນດາພູມປັນຍາໃໝ່ເປັນເຈົ້າຂອງເຕັກໂນໂລຢີ ແລະ ປະດິດຄິດສ້າງບັນດາເຕັກໂນໂລຢີ”.


top