ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 ປີ 2025 ມີການເຂົ້າຮ່ວມຂອງວິສາຫະກິດພາຍໃນ ແລະ ຕ່າງປະເທດກວ່າ 2.500 ແຫ່ງ. ບໍ່ພຽງແຕ່ແມ່ນເຫດການເສດຖະກິດ - ວັດທະນະທຳລະດັບຊາດເທົ່ານັ້ນ, ນີ້ຍັງແມ່ນໂອກາດເພື່ອໃຫ້ວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ, ຊຸກຍູ້ການແລກປ່ຽນການຄ້າຂາຍ, ເຊື່ອມໂຍງເຂົ້າກັບສາກົນ ອີກດ້ວຍ.
ງານຕະຫຼາດນັດມີຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ (ພາບ: -VGP)
ງານຕະຫຼາດນັດລະດູໃບໄມ້ຫຼົ່ນຄັ້ງທີ 1 – 2025 ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ, ໂດຍໄດ້ຮັບການຂະໜານນາມວ່າ “ມະຫາຕະຫຼາດ” ລວມມີ 5 ເຂດ, ດ້ວຍຮ້ານວາງສະແດງສິນຄ້າປະມານ 3.000 ຮ້ານ, ໃນເນື້ອທີ່ກວ່າ 130.000 m². ບັນດາວິສາຫະກິດໄດ້ນຳບັນດາຜະລິດຕະພັນທີ່ເປັນເອກະລັກທີ່ສຸດ, ມີຄຸນນະພາບສູງທີ່ສຸດມາວາງສະແດງເພື່ອແນະນຳເຖິງປະຊາຊົນ, ແຂກທ່ອງທ່ຽວທັງຢູ່ພາຍໃນປະເທດ ແລະ ສາກົນກ ທ່ານ ຫວູຊວັນຮຶງ, ຜູ້ອຳນວຍການຝ່າຍດຳເນີນທຸລະກິດ ບໍລິສັດ ຮັ່ງນົກແອນ ກອນຕຸມ ໃຫ້ຮູ້ວ່າ:
“ນີ້ແມ່ນງານຕະຫຼາດນັດໃຫຍ່ດ້ວຍການເຂົ້າຮ່ວມຂອງບັນດາວິສາຫະກິດທີ່ມາຈາກທຸກແຖບຖິ່ນໃນທົ່ວປະເທດ. ນີ້ແມ່ນໂອກາດເພື່ອເຊື່ອມຕໍ່, ຈຳໜ່າຍຜະລິດຕະພັນ. ຂ້າພະເຈົ້າດີໃຈຫຼາຍເມື່ອໄດ້ເຂົ້າຮ່ວມງານຕະຫຼາດນັດ ແລະ ມີແຂກທ່ອງທ່ຽວມາຈາກທ້ອງຖິ່ນຕ່າງໆເປັນຈຳນວນຫຼາຍ, ແຜ່ກະຈາຍບັນດາຜະລິດຕະພັນຂອງວິສາຫະກິດ.”
ດ້ວຍຫົວຂໍ້ ແລະ ສານທີ່ວ່າ “ເຊື່ອມຕໍ່ມະນຸດ້ວຍການຜະລິດ, ດຳເນີນທຸລະກິດ”, ງານຕະຫຼາດນັດແມ່ນເຫດການເສດຖະກິດ - ວັດທະນະທຳ ທີ່ບໍ່ພຽງແຕ່ມີຂອບເຂດລະດັບຊາດເທົ່ານັ້ນ, ຫາກຍັງບືນຕົວອອກສູ່ໂລກ, ເຊີດຊູບັນດາຜະລິດຕະພັນ, ເຄື່ອງໝາຍການຄ້າພົ້ນເດັ່ນທີ່ເປັນເອກະລັກ ແລະ ພຸມປັນຍາ ຫວຽດນາມ, ປະກອບສ່ວນກະຕຸ້ນການບໍລິໂພກພາຍໃນ, ແຜ່ກະຈາຍນ້ຳໃຈ “ຊາວ ຫວຽດນາມ ບຸລິມະສິດນຳໃຊ້ສິນຄ້າ ຫວຽດນາມ”, ຊຸກຍູ້ການແລກປ່ຽນການຄ້າການລົງທຶນ, ເຊື່ອມໂຍງເຂົ້າກັບສາກົນ.
(ແຫຼ່ງຄັດຈາກ VOV)