ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ, ຕອນເຊົ້າວັນທີ 28 ຕຸລາ, ຢູ່ ກົວລາ ລຳເປີ ປະເທດ ມາເລເຊຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍບັນດາການນຳ ອາຊຽນ ແລະ ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28.
ກອງປະຊຸມສຸດຍອດ ອາຊຽນ - ຈີນ ຄັ້ງທີ 28
ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີກຳນົດທິດຍຸດທະສາດ ເພື່ອແນໃສ່ຊຸກຍູ້ການພົວພັນ ອາຊຽນ - ຈີນ ຢ່າງແຮງໃນໄລຍະຈະມາເຖິງ, ນັ້ນແມ່ນ: ເພີ່ມທະວີການເຊື່ອມຕໍ່ອັດສະລິຍະ, ກວມລວມ ແລະ ຍືນຍົງ, ໃນນັ້ນ ຕ້ອງຜັນຂະຫຍາຍ ສັນຍາການຄ້າເສລີ ອາຊຽນ - ຈີນ ລຸ້ນທີ 3.0 (ACFTA 3.0) ຢ່າງມີປະສິດທິຜົນ; ພັດທະນາລະບົບພື້ນຖານໂຄງລ່າງເຊື່ອມຕໍ່ ອາຊຽນ - ຈີນ ຕາມທິດທັນສະໄໝ, ສີຂຽວ ແລະ ຍືນຍົງ, ສຸມໃສ່ຕາໜ່າງເສັ້ນທາງລົດໄຟຄວາມໄວສູງ, ທ່າກ່ຳປັ່ນທະເລສີຂຽວ, ສະໜາມບິນປະຢັດພະລັງງານ, ເປີດກວ້າງລະບົບດ່ານຊາຍແດນອັດສະລິຍະ, ຫັນບັນດາຂັ້ນຕອນ logistics ແລະ ຄຸ້ມຄອງການເຂົ້າອອກ - ເມືອງເປັນດີຈີຕອນ ເພື່ອຊຸກຍູ້ການແລກປ່ຽນການຄ້າ ແລະ ການພົວພັນແລກປ່ຽນປະຊາຊົນ; ເພີ່ມທະວີການເຊື່ອມຕໍ່ບັນດາຕົວເມືອງອັດສະລິຍະ, ແບ່ງປັນເຕັກໂນໂລຢີບໍລິຫານດີຈີຕອນ, ບໍລິຫານປັນຍາປະດິດ (AI) ແລະ ມາດຕະການພະລັງງານທົດແທນໃນການວາງແຜນຜັງພັດທະນາຕົວເມືອງ.
ໃນວັນດຽວກັນ, ຈີນ ແລະ ອາຊຽນ ໄດ້ຍົກລະດັບສັນຍາການຄ້າເສລີ (FTA) ຂຶ້ນເປັນລຸ້ນທີ 3.0. ພິທີລົງນາມໃນອະນຸສັນຍາຍົກລະດັບຂົງເຂດການຄ້າເສລີ ຈີນ - ອາຊຽນ (FTA) ລຸ້ນທີ 3.0 ພາຍໃຕ້ການເປັນສັກຂີພິຍານຂອງທ່ານນາຍົກລັດຖະມົນຕີ ຫຼີຊຽນ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍການນຳບາງປະເທດ ອາຊຽນ.