• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນະ​ຄອນ ໂຮ່​ຈີ​ມິນ ລະ​ດົມ​ໄດ້​ຈຳ​ນວນ​ເງິນ​ເກືອບ 800.000 USD ເພື່ອ​ເບິ່ງ​ແຍງ​​ບຸນ​ປີ​ໃໝ່​ປີ​ມະ​ເມຍ​ໃຫ້​ແກ່​ຄົນ​ທຸກ​ຍາກ

ລາຍການສະແດງສິລະປະ “ບຸນເຕັດແຫ່ງມິດຈິດມິດໃຈ - ລະດູບານໃໝ່ປີມະເມຍ 2026” ໄດ້ດຳເນີນໃນຕອນຄ່ຳວັນທີ 06 ມັງກອນ, ຢູ່ນະຄອນ ໂຮ່ຈີມິນ. ລາຍການໄດ້ຮັບການກະກຽມຢ່າງລະອຽດລະອໍດ້ວຍຫຼາຍລາຍການສະແດງສິລະປະທີ່ເປັນເອກະລັກ, ເຂັ້ມຂຸ້ນໄປດ້ວຍສີສັນລະດູບານໃໝ່ ແລະ ລົມຫາຍໃຈຂອງຊີວິດຊົນນະບົດ.
(ພາບປະກອບ: VGP)

“ບຸນປີໃໝ່ແຫ່ງມິດຈິດມິດໃຈ” ໄດ້ຮັບການສືບທອດຈາກລາຍການ “ຕົ້ນດອກເໝີຍຕ້ອນຮັບລະດູບານໃໝ່”, “ບຸນເຕັດເຮັດວຽກດີ” ໂດຍສະມາຄົມຊາວກະສິກອນນະຄອນ ໂຮ່ຈີມິນ ຈັດຂຶ້ນທຸກໆປີ ນັບແຕ່ປີ 2008 ມາຮອດປັດຈຸບັນ. ຜ່ານ 18 ປີ, ລາຍການດັ່ງກ່າວໄດ້ຮັບການປະກອບສ່ວນຂອງວິສາຫະກິດ, ຫົວໜ່ວຍ, ສ່ວນບຸກຄົນເປັນຈຳນວນຫຼາຍ, ຜ່ານນັ້ນ ກໍ່ຊ່ວຍເບິ່ງແຍງໃຫ້ແກ່ 77.476 ຄອບຄົວຊາວກະສິກອນທຸກຍາກ, ໃກ້ຂັ້ນທຸກຍາກ, ປະສົບກັບຄວາມຫຍຸ້ງຍາກ ແລະ ບັນດາເປົ້າໝາຍທີ່ມີຄວາມສ່ຽງສູງກວ່າເພິ່ນ, ດ້ວຍມູນຄ່າທັງໝົດກວ່າ 131 ຕື້ດົ່ງ (ເກືອບ 5 ລ້ານ USD).

        ປີນີ້, ລາຍການດັ່ງກ່າວລະດົມໄດ້ຈຳນວນເງິນກວ່າ 21 ຕື້ດົ່ງ (798.000 USD) ຈາກບັນດາສຳນັກງານ, ຫົວໜ່ວຍ, ວິສາຫະກິດ ແລະ ຜູ້ໃຈບຸນໃຈກຸສົນ, ແຜ່ກະຈາຍຈິດໃຈເມດຕາປານີ, ແບ່ງປັນກັບຊາວກະສິກອນຜູ້ປະສົບກັບຄວາມຫຍຸ້ງຍາກ.

(ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top