• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ ແລະ ພັນ​ລະ​ຍາ ໄປ​ຢ້ຽມຊົມ ​ງານ​ວາງ​ສະ​ແດງ “100 ປີ​ແຫ່ງ​ການ​ວິ​ຈິດ​ສິນທັນ​ສະ​ໄໝ”

ງານວາງສະແດງແນະນຳຜົນງານ 150 ຢ່າງທີ່ວາດພາບເຖິງໄລຍະທາງ 1 ທົດສະວັດແຫ່ງການບຳລຸງສ້າງ, ປະດິດສ້າງສິລະປະຂອງໂຮງຮຽນວິຈິດສິນບັນດິດ ແຫ່ງທຳອິດ ຢູ່ ອິນໂດຈິນ
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ພັນລະຍາ ໄປຢ້ຽມຊົມ ງານວາງສະແດງ “100 ປີແຫ່ງການວິຈິດສິນທັນສະໄໝ” (ພາບ: VOV)
ວັນທີ 16 ພະຈິກ, ທ່ານເລຂາທິການໃຫຍ່ ໂຕເລິມ  ແລະ ພັນລະຍາທ່ານນາງ ເຟືອງລີ ໄດ້ລົງຢ້ຽມຢາມຫໍພິພິຕະພັນ ວິຈິດສິນ ຫວຽດນາມ ແລະ ຢ້ຽມຊົມງານວາງສະແດງ “100 ປີແຫ່ງວັນວິຈິດສິນທັນສະໄໝ”. ງານວາງສະແດງເປີດປະຕູແຕ່ວັນທີ 14 ພະຈິກຫາວັນທີ 22 ພະຈິກ 2025 ຢູ່ຫໍພິພິທະພັນວິຈິດສິນ ຫວຽດນາມ (ເຮືອນເລກທີ 66 ຖະໜົນ ຫງວຽນທ້າຍຮອກ, ຮ່າໂນ້ຍ). ງານວາງສະແດງແນະນຳຜົນງານ 150 ຢ່າງທີ່ວາດພາບເຖິງໄລຍະທາງ 1 ທົດສະວັດແຫ່ງການບຳລຸງສ້າງ, ປະດິດສ້າງສິລະປະຂອງໂຮງຮຽນວິຈິດສິນບັນດິດ ແຫ່ງທຳອິດ ຢູ່ ອິນໂດຈິນ. ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງ ຫໍພິພິທະພັນ ຫວຽດນາມ, ພິເສດແມ່ນຄວາມເປັນເຈົ້າການໃນການນຳໃຊ້ເຕັກໂນໂລຢີດີຈີຕອນ ໃນການເສີມຂະຫຍາຍຄຸນຄ່າຂອງບັນດາຜະລິດຕະພັນສິລະປະກຳ. ທ່ານເລຂາທິການໃຫຍ່ ຢັ້ງຢືນບັນດາຄວາມມານະພະຍາຍາມຂອງຖັນແຖນພະນັກງານໃນການຮັກສາບັນດາຄູນຄ່າວິຈິດສິນຂອງຊາດ, ພ້ອມທັງສະແດງຄວາມຫວັງໃນໄລຍະຈະມາເຖິງ, ຫໍພິພິທະພັນຈະນັບມື້ນັບພັດທະນາ ແລະ ດຶງດູດມະຫາຊົນເປັນຈຳນວນຫຼາຍ.

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ

ໃນການຢ້ຽມຢາມກູເວດຄັ້ງນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະເຂົ້າຮ່ວມການເຈລະຈາ, ພົບປະກັບ ກະສັດ, ນາຍົກລັດຖະມົນຕີ, ເຈົ້າຊາຍ ກູເວດ, ໄປຢ້ຽມຢາມບັນດາຮາກຖານດຳເນີນທຸລະກິດ, ເຮັດວຽກກັບບັນດາກຸ່ມບໍລິສັດເສດຖະກິດໃຫຍ່ ຂອງກູເວດ ແລະ ມີບົດກ່າວປາໄສນະໂຍບາຍຢູ່ສະຖາບັນການຕ່າງປະເທດ ກູເວດ.

Top