ວັນທີ 27 ຕຸລາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນພັກປະຊາຊົນປະຕິວັດລາວ ໂດຍທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ນຳພາຄະນະມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີຄັ້ງທີ XII ລະຫວ່າງສອງພັກ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ.ລາວ (ພາບ: TTXVN)
ທ່ານເລຂາທິການໃຫຍ່ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍສະໜັບສະໜູນລາວໃນວິວັດທະນາການປ່ຽນແປງໃໝ່ ແລະ ພັດທະນາປະເທດຊາດຢ່າງແຮງ, ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ປະສົບການ, ໃຫ້ບຸລິມະສິດສູງສຸດເພື່ອສະເໜີລາວ ຜັນຂະຫຍາຍບັນດາບັນຫາຍຸດທະສາດໃນອາຍຸການໃໝ່. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ວຽກງານທິດສະດີສວມບົດບາດສຳຄັນເປັນພິເສດສຳລັບທັງສອງພັກ. ຫົວຂໍ້ຂອງກອງປະຊຸມສຳມະນາປີນີ້ແມ່ນ “ສັບຊ້ອນ, ປັບປຸງການຈັດຕັ້ງກົງຈັກ ຂອງລະບົບການເມືອງ ຕອບສະໜອງຄຳຮຽກຮ້ອງພັດທະນາໃໝ່ - ປະສົບການຂອງ ຫວຽດນາມ, ປະສົບການຂອງລາວ” ແມ່ນເນື້ອໃນທີ່ມີລັກສະນະຍຸດທະສາດ, ໂດຍການນຳສອງພັກ, ສອງລັດ ໃຫ້ຄວາມເອົາໃຈໃສ່ເປັນພິເສດ ແລະ ໃຫ້ຄຳຊີ້ນຳຢ່າງໃກ້ຊິດ. ນີ້ແມ່ນໂອກາດເພື່ອໃຫ້ບັນດານັກຄຸ້ມຄອງ ແລະ ນັກວິທະຍາສາດສອງຝ່າຍແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງ, ເຮັດແຈ້ງບັນດາທັດສະນະທີ່ຄ້າຍຄືກັນໃນການກຳນົດທິດປະຕິຮູບຂອງ ຫວຽດນາມ ແລະ ລາວ; ແລກປ່ຽນກ່ຽວກັບບັນດາກຳນົດທິດສ້າງກົງຈັກກະທັດລັດ, ເປັນເອກະພາບ, ເຄື່ອນໄຫວຢ່າງມີປະສິດທິພາບປະສິດທິຜົນ, ໃກ້ຊິດກັບປະຊາຊົນ, ເພື່ອປະຊາຊົນ.
(ແຫຼ່ງຄັດຈາກ VOV)