• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລມ ໃຫ້​ການ​ຕ້ອນ​ຮັບ​ທ່ານ Jamieson Greer ຜູ້​ຕາງ​ໜ້າການ​ຄ້າ ອາ​ເມ​ລິ​ກາ

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ໂຕເລິມ ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສອງປະເທດ ບົນບັນດາຂົງເຂດການເມືອງເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ແລະ ປາດຖະໜາຢາກສອງຝ່າຍພ້ອມກັນຊຸກຍູ້ການພົວພັນໃຫ້ນັບມື້ນັບພັດທະນາກວ່າ.
ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ (ພາບ: TTXVN)

ເນື່ອງໃນໂອກາດ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ ຢູ່ ອາເມລິກາ, ວັນທີ 19 ກຸມພາ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ.

ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ໂຕເລິມ ຕີລາຄາສູງບັນດາຜົນສຳເລັດໃນການຮ່ວມມືລະຫວ່າງສອງປະເທດ ບົນບັນດາຂົງເຂດການເມືອງເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນແລກປ່ຽນປະຊາຊົນ ແລະ ປາດຖະໜາຢາກສອງຝ່າຍພ້ອມກັນຊຸກຍູ້ການພົວພັນໃຫ້ນັບມື້ນັບພັດທະນາກວ່າ. ພ້ອມກັນສະແດງຄວາມຊົມເຊີຍຕໍ່ບັນດາຜົນສຳເລັດຢ່າງຕັ້ງໜ້າທີ່ບັນລຸໄດ້ໃນວິວັດການເຈລະຈາສັນຍາການຄ້າປະສົມ. ທ່ານເລຂາທິການໃຫຍ່ໃຫ້ຮູ້ວ່າ ບັນດາອົງການຂອງ ຫວຽດນາມ ຈະສືບຕໍ່ປະສານສົມທົບກັບຝ່າຍອາເມລິກາ ເພື່ອໃຫ້ສອງຝ່າຍອາດສາມາດບັນລຸໄດ້ຂໍ້ຕົກລົງໂດຍໄວ.

ສ່ວນທ່ານ ເອກອັກຄະລັດຖະທູດ Jamieson Greer ຜູ້ຕາງໜ້າການຄ້າ ອາເມລິກາ ເນັ້ນໜັກວ່າ, ຫວຽດນາມແມ່ນໜຶ່ງໃນບັນດາຄູ່ຮ່ວມມືທາງດ້ານການຄ້າ ສຳຄັນຂອງອາເມລິກາ, ການເພີ່ມທະວີການຊຸກຍູ້ຮ່ວມມືດ້ານເສດຖະກິດ - ການຄ້າສອງຝ່າຍ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາສັງລວມການພົວພັນ ລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ກ່ຽວ​ກັບ​ເຂດ ກາ​ຊາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ກ່ຽວ​ກັບ​ເຂດ ກາ​ຊາ

ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ.

Top