• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ລົງ​ກວດ​ກາມ​ໂຄງ​ການ​ກໍ່​ສ້າ​ງເສັ້ນ​ທາງ​ຄວາມ​ໄວ​ສູງ ຮຶວ​ງິ - ຈີ​ລັງ, ດົງ​ດັງ - ຈ່າ​ລິງ

ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ລົງກວດກາມໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ, ດົງດັງ - ຈ່າລິງ (ພາບ: VOV)
ຕອນເຊົ້າວັນທີ 20 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງກວດກາ, ມອບຂອງຂວັນລະດົມກຳລັງໃຈ, ອວຍພອນບຸນເຕັດບັນດາຫົວໜ່ວຍພວມກໍ່ສ້າງເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົງດັງ - ຈ່າລິງ ໃນບໍລິເວນແຂວງ ລ້າງເຊີນ ແລະ ກາວບັ່ງ. ນະທີນີ້, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທົ່ວລະບົບການເມືອງ ປະຕິບັດຢ່າງຂ້ຽວຂາດ, ພິເສດແມ່ນເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນແຂວງ ຕ້ອງຊີ້ນຳຢ່າງຕັ້ງໜ້າວຽກງານບຸກເບີກໜ້າພຽງ. ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ ວິວັດການຕ້ອງຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນໃນເຂດກໍ່ສ້າງໂຄງການ, ເບິ່ງແຍງດູແລໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ອີ່ມໜຳສຳລາມສົມບູນພູມສຸກ. ການກໍ່ສ້າງຕ້ອງຮັບປະກັນຄຸນນະພາບ, ຄວາມຄືບໜ້າ, ບັນດາຄວາມຮຽກຮ້ອງຕ້ອງການດ້ານເຕັກນິກ, ຄວາມປອດໄພໃນການອອກແຮງງານ…ເພື່ອກໍ່ສ້າງສຳເລັດໂຄງການເສັ້ນທາງຄວາມໄວສູງ ຮຶວງິ - ຈີລັງ ແລະ ດົ່ງດັງ - ຈ່າລິງ ໃນແຂວງ ລ້າງເຊີນ ແລະ ກາວບັ່ງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ກ່ຽວ​ກັບ​ເຂດ ກາ​ຊາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ໄຂ​ສະ​ພາ​ສັນ​ຕິ​ພາບ​ກ່ຽວ​ກັບ​ເຂດ ກາ​ຊາ

ທ່ານປະທານາທິບໍດີ Donald Trump ຕີລາຄາສູງເລື່ອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມ ແລະ ຢັ້ງຢືນວ່າ ຫວຽດນາມ ມີບົດບາດ ແລະ ຜົນສະທ້ອນນັບມື້ນັບສູງຂຶ້ນໃນໂລກ.

Top