• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຊຸກ​ຍູ້​ການ​ສົນ​ທະ​ນາຫຼາຍ​ຝ່າຍ​ກ່ຽວ​ກັບ​ການ​ບໍ່​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ ຢູ່ ປາ​ນາ​ມາ

ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະ ກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026.
ທ່ານ ເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ (ພາບ: TTXVN)

ໃນອາທິດຜ່ານມາ (ວັນທີ 12 – 13 ກຸມພາ), ກອງປະຊຸມສໍາມະນາທີ່ປຶກສາໃຫ້ແກ່ບັນດາປະເທດສະມາຊິກພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ຂອງ ສົນທິສັນຍາ ບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໄດ້ດຳເນີນຢູ່ນະຄອນ ປານາມາ ຊີຕີ, ປະເທດ ປານາມາ. ກອງປະຊຸມສຳມະນາດັ່ງກ່າວ ໂດຍ ຫວຽດນາມ ເປັນປະທານ ສົມທົບກັບຫ້ອງວ່າການ ສປຊ ກ່ຽວກັບບັນດາບັນຫາຫຼຸດຜ່ອນກຳລັງອາວຸດ ແລະ ການທະຫານ (UNODA) ແລະ ສະພາບເອີຣົບ (EU) ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 25 ປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄວ້າຈາກພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ.

        ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະ ກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026. ໂດຍໄດ້ເປັນປະທານກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ  ໂດ້ຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາບຸລິມະສິດ ທີ່ ຫວຽດນາມ ຄາດຄະເນຈະຊຸກຍູ້ໃນຖານະເປັນປະທານ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາບໍລິຫານກອງປະຊຸມບົນຈິດໃຈຈະແຈ້ງ, ດຸ່ນດ່ຽງ ແລະ ກວມລວມ, ຮັບຟັງ ແລະ ສ່ອງແສງຄວາມເອົາໃຈໃສ່, ຜົນປະໂຫຍດອັນຊອບທຳຈາກບັນດາປະເທດສະມາຊິກຢ່າງຄົບຖ້ວນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນ ອາເມລິກາ - ລາຕິນ ແລະ ກາຣີເບ, ເຊິ່ງເປັນພາກພື້ນລົບລ້າງອາວຸດນິວເຄຼຍທຳອິດໃນໂລກ, ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກອງປະຊຸມສຳຫຼວດປີ 2026.

(ແຫຼ່ງຄັດຈາກ VOV)

ທ່ານເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ​້​ລົມ​ທາງ​ໂທ​ລະ​ສັບ​ກັບ​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ສູງ ອາ​ເມ​ລິ​ກາ

ທ່ານເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ ໂອ​້​ລົມ​ທາງ​ໂທ​ລະ​ສັບ​ກັບ​ບັນ​ດາ​ສະ​ມາ​ຊິ​ກ​ສະ​ພາ​ສູງ ອາ​ເມ​ລິ​ກາ

ວັນທີ 18 ກຸມພາ, ຕາມເວລາທ້ອງຖິ່ນ, ໃນໄລຍະເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບເຂດ ກາຊາ ຢູ່ນະຄອນຫຼວງ ວໍຊິງຕັນ ດີຊີ (ອາເມລິກາ) ຕາມຄຳເຊື້ອເຊີນຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ, ປະທານສະພາສັນຕິພາບ, ປະທານສະພາສັນຕິພາບເຂດ ກາຊາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ໂອ້ລົມທາງໂທລະສັບກັບທ່ານ Steve Daines ສະມາຊິກສະພາສູງ ພັກສາທາລະນະ - ລັດ Montanam), ສະມາຊິກກຳມາທິການການພົວພັນຕ່າງປະເທດ ແລະ ທ່ານ Bill Hagerty ສະມາຊິກສະພາສູງ (ພັກສາທາລະນະ - ລັດ Tennessee).

Top