ຄະນະຄຸ້ມຄອງທ່າເຮືອຫາປາ ແລະ ກຳລັງທະຫານປ້ອງກັນຊາຍແດນ ຮັກສາການປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຮັບເຮືອເຂົ້າອອກຈາກທ່າ, ຄວບຄຸມປະລິມານສິນໃນນ້ຳ ແລະ ອຸປະກອນຕິດຕາມການເຄື່ອນໄຫວຫາປາ (VMS), ເດັດດ່ຽວຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
ກຳລັງທະຫານປ້ອງກັນຊາຍແດນລົງກວດກາເຮືອຫາປາ (ພາບ: VOV)
ໃນຊຸມວັນບຸນເຕັດ, ຢູ່ບັນດາທ່າເຮືອຫາປາຢູ່ແຂວງ ກວາງງາຍ, ບັນຍາກາດເຮັດວຽກຍັງຄົງດຳເນີນໄປຢ່າງຮີບເຮັ່ງ. ຄະນະຄຸ້ມຄອງທ່າເຮືອຫາປາ ແລະ ກຳລັງທະຫານປ້ອງກັນຊາຍແດນ ຮັກສາການປະຈຳການຕະຫຼອດ 24 ຊົ່ວໂມງ ເພື່ອຮັບເຮືອເຂົ້າອອກຈາກທ່າ, ຄວບຄຸມປະລິມານສິນໃນນ້ຳ ແລະ ອຸປະກອນຕິດຕາມການເຄື່ອນໄຫວຫາປາ (VMS), ເດັດດ່ຽວຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕ້ອງຕາມຂໍ້ກຳນົດ (IUU).
ວຽກງານຄວບຄຸມໄດ້ຮັບການປະຕິບັດຢ່າງເຂັ້ມງວດນັບແຕ່ເມື່ອເຮືອອອກຈາກທ່າ. ທ່ານ ຫງວຽນດຶກບິ່ງ, ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ກວາງງາຍ ໃຫ້ຮູ້ວ່າ:
“ຄະນະຄຸ້ມຄອງທ່າເຮືອຫາປາປະຈຳການຕະຫຼອດ 24 ຊົ່ວໂມງ, ປະຕິບັດການຮັບເຮືອເຂົ້າທຽບທ່າ ກໍຄື ອອກຈາກທ່າ, ຈົດບັນທຶກສະພາບເຮືອອອກ - ເຂົ້າທ່າ ແລະ ຄວບຄຸມປະລິມານສິນໃນນ້ຳຂ້າມທ່າ ກໍຄືກວດກາບັນດາອຸປະກອນຕ່າງໆຢ່າງເຂັ້ມງວດ. ຄະນະກຳມະການປະຊາຊົນແຂວງ ກໍຊີ້ນຳກຳລັງທະຫານປ້ອງກັນຊາຍແດນເຂົ້າຮ່ວມວິວັດທະການຄວບຄຸມຢູ່ສະຖານີ ແລະ ເຂດຕ່າງໆເປັນປະຈຳ, ແກ້ໄຂບັນດາກໍລະນີລະເມີດຢ່າງເຂັ້ມງວດ”.
(ແຫຼ່ງຄັດຈາກ VOV)