ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລະ ສະເໜີສ້າງຕັ້ງໜ່ວຍປະຕິບັດວຽກງານລວມ ແນໃສ່ຍົກສູງປະສິດທິຜົນການສົມທົບກັນກວດກາເຂດຊາຍແດນ.
ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງ ມຽນມາ ກັບ ອາຊຽນ ແລະ ປະຊາຄົມໂລກ. ນັ້ນແມ່ນຄຳຢືນຢັນຂອງທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດ ໄທ ພາຍຫຼັງການພົບປະບໍ່ເປັນທາງການກັບທ່ານ Than Swe ຜູ້ຮ່ວມຕຳແໜ່ງ ມຽນມາ ໃນວັນທີ 18 ກຸມພາຢູ່ ພູເກດ ປະເທດ ໄທ.
ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ໄທ Sihasak Phuangketkeow ເນັ້ນໜັກວ່າ: ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງ ມຽນມາ ກັບ ອາຊຽນ ແລະ ປະຊາຄົມໂລກ, ພ້ອມທັງຖືວ່າ: ຝ່າຍ ມຽນມາ ກໍ່ຄວນມີບັນດາບາດກ້າວເດີນທີ່ຕັ້ງໜ້າເພື່ອແກ້ໄຂບັນດາຄວາມວິຕົກກັງວົນຂອງ ອາຊຽນ ຕາມຂໍ້ຕົກລົງ 5 ຈຸດ, ຜ່ານການເປີດກ້ວາງການອຸປະຖຳມະນຸດສະທຳ, ສ້າງວິວັດການເຈລະຈາ, ຫຸລຸດຜ່ອນການໃຊ້ຄວາມຮຸນແຮງໃນລະດັບຕ່ຳສຸດ….
ກ່ຽວກັບບັນຫາຄວາມສະຫງົບປອດໄພຢູເຂດຊາຍແດນ, ທ່ານ Sihasak ໃຫ້ຮູ້ວ່າ: ໄທ ແລະ ມຽນມາ ມີເສັ້ນຊາຍແດນລວມທີ່ມີລວງຍາວປະມານ 2400 ກມ, ດັ່ງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລະ ສະເໜີສ້າງຕັ້ງໜ່ວຍປະຕິບັດວຽກງານລວມ ແນໃສ່ຍົກສູງປະສິດທິຜົນການສົມທົບກັນກວດກາເຂດຊາຍແດນ.
(ແຫຼ່ງຄັດຈາກ VOV)