ທ່ານປະທານາທິບໍດີ ອາເມລິກາ Donald Trump ກໍ່ໃຫ້ຮູ້ວ່າ ມີປະເທດຈຳນວນໜຶ່ງ ໄດ້ເລີ່ມຕົ້ນການຜັນຂະຫຍາຍກຳລັງເພື່ອແນໃສ່ໜູນຊ່ວຍການຮັກສາສະພາບການຢູ່ເຂດກາຊາເປັນປົກກະຕິ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນທີ່ພິທີໄຂ ກອງປະຊຸມສັນຕິພາບ ກ່ຽວກັບເຂດກາຊາ (ພາບ: TTXVN)
ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ ນັບມື້ນັບມີຫຼາຍປະເທດມີຄວາມສົນໃຈຕໍ່ເລື່ອງເຂົ້າຮ່ວມ ສະພາສັນຕິພາບ ກ່ຽວກັບເຂດກາຊາ ໂດຍແມ່ນຂໍ້ລິເລີ່ມສາກົນໃໝ່ເພື່ອແນໃສ່ຮັກສາສະພາບການຄວາມໝັ້ນຄົງເປັນປົກກະຕິ ແລະ ຊຸກຍູ້ການສ້າງເຂດກາຊາຄືນໃໝ່ພາຍຫຼັງການປະທະກັນມາເປັນຫຼາຍປີ. ບົດກ່າວຄຳເຫັນຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍົກອອກມາພາຍຫຼັງກອງປະຊຸມຄັ້ງ ທຳອິດ ຂອງບັນດາປະເທດສ້າງຕັ້ງສະພາຢູ່ ວໍຊິງຕັນ ໃນວັນທີ 19 ກຸມພາ.
ທ່ານປະທານາທິບໍດີ ອາເມລິກາ ກໍ່ໃຫ້ຮູ້ວ່າ ມີປະເທດຈຳນວນໜຶ່ງ ໄດ້ເລີ່ມຕົ້ນການຜັນຂະຫຍາຍກຳລັງເພື່ອແນໃສ່ໜູນຊ່ວຍການຮັກສາສະພາບການຢູ່ເຂດກາຊາເປັນປົກກະຕິ. ໄປຄຽງຄູ່ກັນນັ້ນ, ມີບັນດາປະເທດບ້ານໃກ້ເຮືອນຄຽງຄື: ເອຢິບ ແລະ ຈໍແດນ ສວມບົດບາດສຳຄັນໃນການໜູນຊ່ວຍການສ້າງກຳລັງຕຳຫຼວດ ເປັນມືອາຊີບ ໂດຍແມ່ນປັດໄຈຫຼັກແຫຼ່ງເພື່ອຮັບປະກັນຄວາມໝັນຄົງທີ່ຍາວນານຢູ່ພາກພື້ນ.
(ແຫຼ່ງຄັດຈາກ VOV)