• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພາ​ຍຸ Pedro ກໍ່​ຝົນ​ຕົກ​ນ້ຳ​ຖ້ວມ​ຢ່າງ​ຮ້າຍ​ແຮງ​ຢູ່​ຝ​ລັ່ງ

ຝລັ່ງພວມຜ່ານຜ່າບັນອາກາດຮ້າຍແຮງໃໝ່ ເມື່ອພາຍຸ Pedro ພັດຖະຫຼົ່ມຜ່ານຫຼາຍພາກພື້ນ ເຮັດໃຫ້ມີຝົນຕົກໜັກແຕ່ຍາວ ແລະ ເພີ່ມຄວາມສ່ຽງເກີດໄພນ້ຳຖ້ວມໃນວົງກວ້າງ.
ນ້ຳຖ້ວມຢູ່ Gironde, ປະເທດ ຝລັ່ງ (ພາບ: REUTERS)
ຕາມອົງການອຸຕຸນິຍົມອຸທົກກະສາດ ຝລັ່ງແລ້ວ, ຝົນຕົກໂດຍ ພາຍຸ Pedro ເຮັດໃຫ້ນ້ຳຖ້ວມຄັ້ງຕ່າງໆຮ້າຍແຮງຂຶ້ນຕື່ມ. ຢູ່ແຂວງ Charente-Maritime, ນ້ຳຢູ່ແມ່ນ້ຳ Charente ໄດ້ໄຫຼ່ເຂົ້າເຂດໃຈກາງ ແລະ ເຮັດໃຫ້ເຮືອນກວ່າ 2000 ຫຼັງຖືກນ້ຳຖ້ວມ. ແຂວງ Gironde, ມີຄອບຄົວຖືກດັບໄຟ, ການບໍລິການໂທລະຄົມມະນາຄົມຖືກຂາດວັກຂາດຕອນຢູ່ຫຼາຍບ່ອນ, ໃນຂະນະທີ່ເສັ້ນທາງຫຼາຍເສັ້ນຖືກປິດລ້ອມຍ້ອນນ້ຳຖ້ວມ ຫຼື ຕົ້ນໄມ້ຫຼົ້ມ. ຕໍ່ໜ້າຄວາມສ່ຽງລະດັບນ້ຳສືບຕໍ່ເພີ່ມຂຶ້ນ, ອຳນາດການປົກຄອງນະຄອນ Bordeaux ໄດ້ເລີ່ມຕົ້ນແຜນການປົກປ້ອງປະຊາຊົນ ເຊິ່ງເປັນຄັ້ງທຳອິດນັບແຕ່ປີ 1999.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ເຊື່ອມ​ຕໍ່​ຂອງ​ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຢ່າງ​ເປັນ​ທາງ​ການ

ວັນທີ 19 ກຸມພາ, ຢູ່ນະຄອນຫຼວງ ປາຣີີ ປະເທດຝລັ່ງ, ສະພາລັດຖະມົນຕີອົງການພະລັງງານສາກົນ (IEA) 2026 ໄດ້ຮັບຮອງເອົາສະເໜີນຳຫວຽດນາມ ເຂົ້າເປັນປະເທດເຊື່ອມຕໍ່ຂອງອົງການນີ້ຢ່າງເປັນທາງການ.

Top