ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ປາດຖະໜາຢາກສອງປະເທດສືບຕໍ່ຮ່ວມມືກວ່າອີກ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ.
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໃຫ້ການຕ້ອນຮັບທ່ານ Elbridge A. Colby ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງສົງຄາມ ອາເມລິກາ (ພາບ: TTXVN)
ເນື່ອງໃນໂອກາດເຂົ້າຮ່ວມຄະນະປະຕິບັດງານຂອງທ່ານເລຂາທິການໃຫຍ່ ໂຕເລິມ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ, ວັນທີ 19 ກຸມພາ, ຢູ່ ອາເມລິກາ, ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໃຫ້ການຕ້ອນຮັບທ່ານ Elbridge A. Colby ຮອງລັດຖະມົນຕີຜູ້ທີໜຶ່ງ ກະຊວງສົງຄາມ ອາເມລິກາ.
ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ, ປາດຖະໜາຢາກສອງປະເທດສືບຕໍ່ຮ່ວມມືກວ່າອີກ ບົນພື້ນຖານສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຄົາລົບກົດໝາຍສາກົນ. ພ້ອມທັງ, ເນັ້ນໜັກວ່າ ໃນໄລຍະຜ່ານມາ, ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງສົງຄາມ ອາເມລິກາ ໄດ້ປະສານສົມທົບກັນຢ່າງມີປະສິດທິຜົນ ໃນການຜັນຂະຫຍາຍບັນດາວຽກງານຄື: ແກ້ໄຂຜົນຕາມມາຈາກສົງຄາມ, ຮັກສາສັນຕິພາບ ສປຊ, ການສຶກສາ - ບຳລຸງສ້າງ…
ທ່ານ Elbridge A. Colby ໃຫ້ຄຳໝັ້ນສັນຍາຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຕາມມາຈາກສົງຄາມ, ຢັ້ງຢືນຊື່ນາມສະກຸນ ທະຫານ ຫວຽດນາມ ເສຍສະຫຼະຊີວິດເພື່ອຊາດ, ຫາຍຊາບສູນ ໃນສົງຄາມ, ຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ…
(ແຫຼ່ງຄັດຈາກ VOV)