ຫວຽດນາມ ຖືເປັນສຳຄັນການພົວພັນ ເປັນປົກກະຕິ, ຍາວນານ ກັບ ອາເມລິກາ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໂລກ.
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເລຮວ່າຍຈຸງ ແລະ ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio (ພາບ: VOV)
ວັນທີ 19 ກຸມພາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ເລຮວ່າຍຈຸງ ໄດ້ພົບປະເຈລະຈາກັບທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio ຢູ່ກະຊວງການຕ່າງປະເທດ ອາເມລິກາ ເນື່ອງໃນໂອກາດເຂົ້າຮ່ວມຄະນະຜູ້ແທນໂດຍ ທ່ານເລຂາທິການໃຫຍ່ ໂຕເລິມ ນຳໜ້າ ເຂົ້າຮ່ວມກອງປະຊຸມໄຂສະພາສັນຕິພາບ ກ່ຽວກັບເຂດກາຊາ.
ທ່ານລັດຖະມົນຕີ ເລຮວ່າຍຈຸງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນ ເປັນປົກກະຕິ, ຍາວນານ ກັບ ອາເມລິກາ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ພັດທະນາຢູ່ພາກພື້ນ ແລະ ໂລກ. ທ່ານລັດຖະມົນຕີສະເໜີສອງຝ່າຍ ສືບຕໍ່ສົມທົບກັນເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ແກ້ໄຂຜົນຕາມມາຈາກສົງຄາມ, ວິທະຍາສາດ - ເຕັກໂນໂລຢີ…
ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ອາເມລິກາ ສະໜັບສະໜຼນ ຫວຽດນາມ ເອກະລາດ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເໝາະສົມກັບຜົນປະໂຫຍດຂອງປະຊາຊົນສອງປະເທດ. ພ້ອມທັງ, ປາດຖະໜາຢາກ ໃຫ້ສອງຝ່າຍສຳເລັດການເຈະຈາພາສີອາກອນໂດຍໄວ, ສ້າງຂອບເຂດເພື່ອຊຸກຍູ້ການຮ່ວມມືສອງຝ່າຍໃນບັນດາຂົງເຂດນີ້ ກໍ່ຄືເປີດກວ້າງການຮ່ວມມືທາງດ້ານວິທະຍາສາດ, ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
(ແຫຼ່ງຄັດຈາກ VOV)