ກົດໝາຍຕ້ອງຈະແຈ້ງ ຄົບຊຸດກວ່າ, ປະຕິບັດງ່າຍກວ່າ...
ສະພາບກອງປະຊຸມ. (ພາບ: VNA)
ກ່າວຄຳເຫັນທີວາລະປະຊຸມທີ 6 ຄະນະປະຈຳສະພາແຫ່ງຊາດໃນຕອນບ່າຍວັນທີ 3 ກັນຍາ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນແທັງເໝີ້ນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຊາບຊືມເນື້ອໃນຈິດໃຈລຸລ່ວງ, ສະເໝີຕົ້ນສະເໝີປາຍຄື: ປະລິມານຫຼາຍແຕ່ຄຸນນະພາບບໍ່ໃຫ້ຫລຸດລົງ; ເວລາດ່ວນແຕ່ວິໄນບໍ່ໄດ້ຜ່ອນຜັນ, ຈັດແບ່ງຈະແຈ້ງ, ຄວາມຮັບຜິດຊອບຕ້ອງເຖິງຖອງ. ແຕ່ລະເນື້ອໃນທີ່ຈະຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດຕ້ອງໄດ້ກະກຽມດ້ວຍຄຳຮຽກຮ້ອງ: ຖືກຕ້ອງແຕ່ຕົ້ນ, ລະອຽດແຕ່ໄວ, ຄວາມຮັບຜິດຊອບຈະແຈ້ງ ແລະ ຕາມຈົນສຸດ. ຕາມທ່ານປະທານສະພາແຫ່ງຊາດ, ວາລະປະຊຸມທີ 6 ຄະນະປະຈຳສະພາແຫ່ງຊາດແມ່ນວາລະປະຊຸມຈຸດສຸມກ່ຽວກັບດ້ານນິຕິກຳ ພ້ອມທັງແມ່ນບາດກ້າວກະກຽມໂດຍກົງ, ສຳຄັນທີ່ສຸດໃຫ້ແກ່ສະໄໝປະຊຸມທີ 2 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16 ທີ່ຈະຈັດຂຶ້ນໃນເດືອນຕຸລາ ຈະມາເຖິງ:
ຈິດໃຈແມ່ນ ກົດໝາຍຕ້ອງຈະແຈ້ງ ຄົບຊຸດກວ່າ, ປະຕິບັດງ່າຍກວ່າ; ຕ້ອງແກ້ໄຂໄດ້ບັນດາຂໍ້ຕິດຂັດ, ລຸລ່ວງແຫຼ່ງກຳລັງ ແລະ ເປີດທາງໃຫ້ແກ່ການພັດທະນາ. ທີ 2 ແມ່ນຕ້ອງຮັດແໜ້ນວິໄນນິຕິກຳ ແລະ ວິໄນກະກຽມກອງປະຊຸມ. ເມື່ອພິຈາລະນາໂຄງການນິຕິກຳປີ 2027, ຂ້າພະເຈົ້າສະເໜີຄັດເລືອກໃຫ້ມີຈຸດສຸມ; ບຸລິມະສິດບັນດາບັນຫາຈຳເປັນ, ບັນດາຂໍ້ຕິດຂັດຂອງລະບອບລະບຽບການ ແລະ ບັນດາຂົງເຂດໃໝ່ທີ່ຕ້ອງສ້າງເອກະສານດ້ານກົດໝາຍໃຫ້ສົມບູນແບບເພື່ອຊຸກຍູ້ການພັດທະນາ.
(ແຫຼ່ງຄັດຈາກ VOV)