ຂ່າວສານ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ: ກົດ​ໝາຍ​ຕ້ອງ​ຈະ​ແຈ້ງ​ກວ່າ, ຄົບ​ຊຸດ​ກວ່າ, ປະ​ຕິ​ບັດ​ງ່າຍ​ກວ່າ

ກົດ​ໝາຍ​ຕ້ອງ​ຈະ​ແຈ້ງ ຄົບ​ຊຸດ​ກວ່າ, ປະ​ຕິ​ບັດ​ງ່າຍ​ກວ່າ...
  ສະ​ພາບກອງ​ປະ​ຊຸມ. (ພາບ: VNA)  

ກ່າວ​ຄຳ​ເຫັນ​ທີ​ວາ​ລະ​ປະ​ຊຸມ​ທີ 6 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ໃນ​ຕອນ​ບ່າຍ​ວັນ​ທີ 3 ກັນ​ຍາ, ຢູ່ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ ໄດ້​ຊາບ​ຊືມ​ເນື້ອ​ໃນ​ຈິດ​ໃຈ​ລຸ​ລ່ວງ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຄື: ປະ​ລິ​ມານຫຼາຍ​ແຕ່​ຄຸນ​ນະ​ພາບບໍ່​ໃຫ້​ຫລຸດ​ລົງ; ເວ​ລາ​ດ່ວນ​ແຕ່​ວິ​ໄນ​ບໍ່​ໄດ້​ຜ່ອນຜັນ, ຈັດ​ແບ່ງ​ຈະ​ແຈ້ງ, ຄວາມ​ຮັບ​ຜິດ​ຊອບ​ຕ້ອງ​ເຖິງ​ຖອງ. ແຕ່​ລະ​ເນື້ອ​ໃນທີ່ຈະ​ຍື່ນ​ສະ​ເໜີ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ຕ້ອງ​ໄດ້​ກະ​ກຽມ​ດ້ວຍ​ຄຳ​ຮຽກ​ຮ້ອງ: ຖືກ​ຕ້ອງ​ແຕ່​ຕົ້ນ, ລະ​ອຽດ​ແຕ່​ໄວ, ຄວາມ​ຮັບ​ຜິດ​ຊອບ​ຈະ​ແຈ້ງ ແລະ ​ຕາມ​ຈົນສຸດ. ຕາມ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ​ວາ​ລະ​ປະ​ຊຸມ​ທີ 6 ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດແມ່​ນວາ​ລະ​ປະ​ຊຸມ​ຈຸດ​ສຸມ​ກ່ຽວ​ກັບ​ດ້ານ​ນິ​ຕິ​ກຳ ພ້ອ​ມ​ທັງ​ແມ່ນ​ບາດ​ກ້າວ​ກະ​ກຽມ​ໂດຍ​ກົງ, ສຳ​ຄັນ​ທີ່​ສຸດ​ໃຫ້​ແກ່​ສະ​ໄໝ​ປະ​ຊຸມ​ທີ 2 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ຕຸ​ລາ​ ຈະ​ມາ​ເຖິງ:

ຈິດ​ໃຈ​ແມ່ນ ກົດ​ໝາຍ​ຕ້ອງ​ຈະ​ແຈ້ງ ຄົບ​ຊຸດ​ກວ່າ, ປະ​ຕິ​ບັດ​ງ່າຍ​ກວ່າ; ຕ້ອງ​ແກ້​ໄຂ​ໄດ້​ບັນ​ດາ​ຂໍ້​ຕິດ​ຂັດ, ລຸ​ລ່ວງ​ແຫຼ່ງ​ກຳ​ລັງ ແລະ ເປີດ​ທາງ​ໃຫ້​ແກ່​ກາ​ນ​ພັດ​ທະ​ນາ. ທີ 2 ແມ່ນ​ຕ້ອງ​ຮັດ​ແໜ້ນ​ວິ​ໄນ​ນິ​ຕິ​ກຳ ແລະ ວິ​ໄນກະ​ກຽມ​ກອງ​ປະ​ຊຸມ. ເມື່ອ​ພິ​ຈາ​ລະ​ນາ​​ໂຄງ​ການ​ນິ​ຕິ​ກຳ​ປີ 2027, ຂ້າ​ພະ​ເຈົ້າ​ສະ​ເໜີ​ຄັດ​ເລືອກ​ໃຫ້​ມີ​ຈຸດ​ສຸມ; ບຸ​ລິ​ມະ​ສິດ​ບັນ​ດາ​ບັນ​ຫາ​ຈຳ​ເປັນ, ບັນ​ດາ​ຂໍ້​ຕິດ​ຂັດ​ຂອງ​ລະ​ບອບ​ລະ​ບຽບ​ການ ແລະ ບັນ​ດາ​ຂົງ​ເຂດ​ໃໝ່​ທີ່​ຕ້ອງ​ສ້າງ​ເອ​ກະ​ສານ​ດ້ານ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ.


top