• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ມອບຂໍ້ຕົກລົງແຕ່ງຕັ້ງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຮຽກຮ້ອງໃຫ້ເອກອັກຄະລັດຖະທູດສອງທ່ານຈົ່ງປັບປຸງ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ Timor-Leste, ອັງໂກລາ ແລະ ບັນດາປະເທດຄວບຕຳແໜ່ງ.
  ທີ່ການມອບຂໍ້ຕົກລົງແຕ່ງຕັ້ງ ແລະ ມອບໜ້າທີ່. (ພາບ: VNA)  

ຕອນບ່າຍວັນທີ 18 ກັນຍາ, ທີ່ຮ່າໂນ້ຍ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານພິທີມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ​ສ.ຫວຽດນາມ ປະຈຳຕ່າງປະເທດ.

ຕາມມະຕິຕົກລົງ, ທ່ານ ຟ້າມບິ່ງດ່າມ, ​ຫົວ​ໜ້າ​​ກົມເລຂາທິການແຫ່ງຊາດ APEC 2027, ກະຊວງການຕ່າງປະເທດ ຫວຽດ​ນາມ, ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ​ແຫ່ງ ສ​ສ. ຫວຽດນາມ ປະຈຳປະ​ເທດສາທາລະນະລັດປະຊາທິປະໄຕ Timor-Leste. ທ່ານ ຫງວຽນວັນ​ຮ້ຽວ, ຮອງຫົວໜ້າກົມຕາເວັນອອກກາງ-ອາຟຣິກາ, ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສ​ສ.ຫວຽດນາມ ປະຈຳ ສາທາລະນະລັດ ອັງໂກລາ, ທັງດຳລົງຕຳແໜ່ງປະຈຳສາທາລະນະລັດ ກົງໂກ, ສາທາລະນະລັດ ​ຊາມເບຍ, ສາທາລະນະລັດປະຊາທິປະໄຕ ກົງໂກ, ສາທາລະນະລັດ ກີເນຍ, ສາທາລະນະລັດປະຊາທິປະໄຕ Sao Tome ແລະ Principe, ແລະ ສາທາລະນະລັດ Cabo Verde.

ທີ່​ການມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ ແລະ ມອບ​ໜ້າ​ທີ່, ໂດຍຕາງໜ້າການນຳຂອງພັກ ແລະ ລັດ ຫວຽດນາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຮຽກ​ຮ້ອງໃຫ້ເອກອັກຄະລັດຖະທູດສອງທ່ານຈົ່ງ​ປັບ​ປຸງ, ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດນາມ ແລະ Timor-Leste, ອັງໂກລາ ແລະ ບັນດາປະເທດ​ຄວບ​ຕຳ​ແໜ່ງ. ນີ້ແມ່ນສອງບໍ​ລິ​ເວນທີ່ສຳຄັນໃນສອງພາກພື້ນ, ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຫຼາຍ​ຢ່າງ, ຍັງມີພື້ນທີ່ຮ່ວມມື​ກັນທີ່​ໃຫຍ່​ຫຼວງ​ຢູ່.

“ຍາມ​ໃດພັກ ແລະ ລັດ​ກໍ່ມີຄວາມເອົາໃຈໃສ່ຕໍ່ການ​ສ້າງ​ລະ​ບອບ​ລະ​ບຽບ​ການ, ກົນໄກ, ນະໂຍບາຍ ແລະ ເງື່ອນໄຂ​ເຄື່ອນ​ໄຫວ​ການຕ່າງປະເທດໃຫ້ສົມບູນແບບ. ​ແຕ່ປະສິດທິຜົນ​ສຸດ​ທ້າຍແມ່ນອ​ີງ​ໃສ່ການຈັດຕັ້ງປະຕິບັດ, ພິ​ເສດ​ແມ່ນ​ບົດ​ບາດ​ຂອງບັນດາເອກອັກຄະລັດຖະທູດ - ຜູ້ຕາງໜ້າສູງສຸດຂອງປະເທດ ໃນວຽກງານການຕ່າງປະເທດແນວໜ້າ. ຂ້າພະເຈົ້າເຊື່ອໝັ້ນວ່າດ້ວຍຄຸນນະ​ທາດ, ກຳ​ລັງຄວາມສາມາດຂອງ​ຕົນ, ​ບັນ​ດາ​ສະ​ຫາຍ ຈະປະຕິບັດ​ສຳ​ເລັດບັດໜ້າທີ່ຂອງຕົນ; ປະກອບສ່ວນຮັກສາສະພາບແວດລ້ອມ​ແຫ່ງສັນຕິພາບ, ປົກປ້ອງຜົນປະໂຫຍດ ຂອງຊາດ, ​ຍາດ​ແຍ່ງ​ແຫຼ່ງ​ກຳ​ລັງ ແລະ ໂອກາດ​ຢູ່ພາຍນອກ ແລະ ຍົກ​ສູງຖານະ​ບົດ​ບາດຂອງ ຫວຽດນາມ ບົນເວທີສາກົນ.”

(ແຫຼ່ງຄັດຈາກ VOV)

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ສົ່ງສານກ່ຽວກັບ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດພັດທະນາໃໝ່

ເລື່ອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດຄັ້ງທີ 81, ໃນສະພາບການທີ່ ຫວຽດນາມ ແລະ ສະຫະປະຊາຊາດ ມຸ່ງໄປເຖິງການສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງການພົວພັນ

Top