ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍ້ອງຍໍບັນດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)
ຕອນເຊົ້າວັນທີ 29 ພະຈິກ, ຢູ່ ຮ່າໂນ້ຍ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 20 ປີແຫ່ງວັນມູນເຊື້ອກຳລັງຕຳຫຼວດປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມ (29 ພະຈິກ 2006 - 29 ພະຈິກ 2026) ແລະ ຮັບຫຼຽນໄຊວິລະກຳ ຊັ້ນໜຶ່ງ.
ໂດຍເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ພິທີ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຍ້ອງຍໍບັນດາຜົນງານຂອງກອງກຳລັງໃນໄລຍະ 20 ປີທີ່ຜ່ານມາ, ພ້ອມທັງເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງປ່ຽນແປງໃໝ່ຢ່າງແຮງໄປສູ່ການເປັນເຈົ້າການໃນການສະກັດກັ້ນ, ຄວບຄຸມຄວາມສ່ຽງ, ການກວດພົບ ແລະ ແກ້ໄຂແຕ່ໄກແຕ່ໄວ; ເພີ່ມທະວີການຮ່ວມມືສາກົນໃນການປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມຂ້າມຊາດ, ພິເສດແມ່ນຢູ່ເຂດອະນຸພາກພື້ນແມ່ນ້ຳຂອງ. ສຸມໃສ່ການສ້າງກຳລັງຕຳຫຼວດປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມປະຕິວັດ...
ເນື່ອງໃນໂອກາດນີ້, ກົມຕຳຫຼວດປ້ອງກັນ, ຕ້ານອາດຊະຍາກຳສິ່ງແວດລ້ອມ ເປັນກຽດໄດ້ຮັບຫຼຽນໄຊວິລະກຳ ຊັ້ນໜຶ່ງ; ມີຫຼາຍບຸກຄົນໄດ້ຮັບຫຼຽນໄຊວິລະກຳ.
(ແຫຼ່ງຄັດຈາກ VOV)