ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 14 ລວມມີ 111 ຄົນ.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: TTXVN)
ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດ ຄັ້ງທີ 14, ໄລຍະ 2026 – 2031 ດ້ວຍຫົວຂໍ້ “ສາມັກຄີ - ຄຸນນະທາດ - ຄວາມເມດຕາປານີ - ປະດິດຄິດສ້າງ - ພັດທະນາ” ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 18 ມິຖຸນາ, ຢູ່ ຮ່າໂນ້ຍ.
ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມໃຫຍ່, ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ ໃນຕະຫຼອດໄລຍະປະຫວັດສາດຂອງຊາດ, ແມ່ຍິງ ຫວຽດນາມໄດ້ຢືນຢັນບົດບາດສຳຄັນໃນບັນດາຂົງເຂດຂອງຊີວິດສັງຄົມ. ຢູ່ບັນດາເວທີປາໄສສາກົນ, ບັນດາ ຜູ້ແທນແມ່ຍິງ ຫວຽດນາມ ຍາມໃດກໍ່ມີຄວາມໝັ້ນໃຈ, ເປັນເຈົ້າການ, ປະກອບຫຼາຍຂໍ້ລິເລີ່ມ, ຢືນຢັນຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ຕໍ່ກັບບັນດາເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ, ເນັ້ນໜັກວ່າ:
“ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍຄວາມຮຽກຮ້ອງສູງສຸດໃນທຸກດ້ານ, ວາງອອກຄວາມຮຽກຮ້ອງທີ່ວ່າ ແມ່ຍິງບໍ່ພຽງແຕ່ແມ່ນກຳລັງເຂົ້າຮ່ວມເທົ່ານັ້ນ ຫາກຕ້ອງກາຍເປັນໜຶ່ງໃນບັນດາເຈົ້າກຳສຳຄັນໃນການສ້າງອະນາຄົດພັດທະນາຂອງປະເທດຊາດອີກດ້ວຍ. ສະຫະພັນຕ້ອງເອົາໃຈໃສ່ແລະມີບັນດາມາດຕະການເພື່ອຍົກສູງພູມປັນຍາ, ທັກສະດີຈີຕອນ, ທັກສະອາຊີບ, ເອົາໃຈໃສ່ເຖິງກຸ່ມແມ່ຍິງເຂດຊົນນະບົດ, ແມ່ຍິງເຂດຊົນເຜົ່າສ່ວນໜ້ອຍ, ແມ່ຍິງດ້ອຍໂອກາດໃຫ້ຫຼາຍກວ່າ”.
ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 14 ລວມມີ 111 ຄົນ.
(ແຫຼ່ງຄັດຈາກ VOV)