ຂ່າວສານ

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ: ແມ່ຍິງຕ້ອງກາຍເປັນໜຶ່ງໃນບັນດາເຈົ້າກຳທີ່ສ້າງອະນາຄົດ

ກອງປະຊຸມໄດ້ເລືອກຕັ້ງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 14 ລວມມີ 111 ຄົນ.
ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ຫວຽດນາມ, ກ່າວຄຳເຫັນຊີ້ນຳທີ່ກອງປະຊຸມ (ພາບ: TTXVN)

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ແມ່​ຍິງ​ທົ່ວ​ປະ​ເທດ ​ຄັ້ງ​ທີ 14, ໄລ​ຍະ 2026 – 2031 ດ້ວຍ​ຫົວ​ຂໍ້ “ສາ​ມັກ​ຄີ - ຄຸນ​ນະ​ທາດ - ຄວາມ​ເມດ​ຕາ​ປາ​ນີ - ປະ​ດິດ​ຄິດ​ສ້າງ - ພັດ​ທະ​ນາ” ໄດ້ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 18 ມິ​ຖຸ​ນາ, ຢູ່​ ຮ່າ​ໂນ້ຍ.

ກ່າວ​ຄຳ​ເຫັນ​ຊີ້​ນຳ​ທີ່ກອງ​ປະ​ຊຸມ​ໃຫຍ່, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢືນ​ຢັນ​ວ່າ ໃນ​ຕະ​ຫຼອດ​ໄລ​ຍະ​ປະ​ຫວັດ​ສາດ​ຂອງ​ຊາດ, ແມ່​ຍິງ ຫວຽດ​ນາມໄດ້​ຢືນ​ຢັນ​ບົດ​ບາດ​ສຳ​ຄັນ​ໃນ​ບັນ​ດາ​ຂົງ​ເຂດ​ຂອງ​ຊີ​ວິດ​ສັງ​ຄົມ. ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ, ບັນ​ດາ ຜູ້​ແທນ​ແມ່​ຍິງ ຫວຽດ​ນາມ ຍາມ​ໃດ​ກໍ່​ມີ​ຄວາມ​ໝັ້ນ​ໃຈ, ເປັນ​ເຈົ້າ​ການ, ປະ​ກອບ​ຫຼາຍ​ຂໍ້​ລິ​ເລີ່ມ, ຢືນ​ຢັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ ຫວຽດ​ນາມ ຕໍ່​ກັບ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນຍ​ົງ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ - ຊາຍ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝີ້ນ, ເນັ້ນ​ໜັກ​ວ່າ:

“ປະ​ເທດ​ຊາດ​ພວມ​ກ້າວ​ເຂົ້າ​ສູ່​ໄລ​ຍະ​ພັດ​ທະ​ນາ​ໃໝ່ ດ້ວຍ​ຄວາມ​ຮຽກ​ຮ້ອງ​ສູງສຸດ​ໃນ​ທຸກ​ດ້ານ, ວາງ​ອອກ​ຄວາມ​ຮຽກ​ຮ້ອງ​​ທີ່ວ່າ ແມ່​ຍິງ​ບໍ່ພຽງ​ແຕ່​ແມ່ນ​ກຳ​ລັງ​ເຂົ້າ​ຮ່ວມ​ເທົ່າ​ນັ້ນ ຫາກ​ຕ້ອງກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ເຈົ້າ​ກຳ​ສຳ​ຄັນ​ໃນ​ການ​ສ້າງ​ອະ​ນາ​ຄົດ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ອີກ​ດ້ວຍ. ສະ​ຫະ​ພັນ​ຕ້ອງ​ເອົາ​ໃຈ​ໃສ່ແລະມີ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຍົກ​ສ​ູງ​ພູ​ມ​ປັນ​ຍາ, ທັກ​ສະ​ດີ​ຈີ​ຕອນ, ທັກ​ສະ​ອາ​ຊີບ, ເອົາ​ໃຈ​ໃສ່​ເຖິງ​ກຸ່ມ​ແມ່​ຍິງ​ເຂດຊົນ​ນະ​ບົດ, ແມ່​ຍິງ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ແມ່ຍິງ​ດ້ອຍ​ໂອ​ກາດ​ໃຫ້​ຫຼາຍກວ່າ”.

ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ສະ​ຫະ​ພັນ​ແມ່​ຍິງ ຫວຽດ​ນາມ ຊຸດ​ທີ 14 ລວມ​ມີ 111 ຄົນ.


top