ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການ, ແລກປ່ຽນ, ອັບເດດໝາກຜົນຂອງການຂຸດຄົ້ນ IUU ກັບ ECເປັນປະຈຳ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຫວຽດນາມ ຫາກໍ່ເຊັນໂທລະເລກທາງການ ເລກທີ 122 ອອກໃນວັນທີ 25 ກໍລະກົດ 2025 ຮຽກຮ້ອງບັນດາກະຊວງຂະແໜງການ, ທ້ອງຖິ່ນເພີ່ມທະວີວຽກງານຕ້ານການຂຸດຄົ້ນສິນໃນນ້ຳແບບຜິດກົດໝາຍ, ບໍ່ລາຍງານ, ບໍ່ປະຕິບັດຕາມຂໍ້ກຳນົດ (IUU). ໂທລະເລກ ໄດ້ສົ່ງໄປຍັງລັດຖະມົນຕີບັນດາກະຊວງຄື: ກະຊວງປ້ອງກັນປະເທດ, ກະຊວງຕຳຫຼວດ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ກະຊວງການຕ່າງປະເທດ, ກະຊວງຍຸຕິທຳ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ, ກະຊວງການເງິນ, ປະທານຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນແຄມທະເລ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມທະເລຮີບເຮັ່ງປະຕິບັດໜ້າທີ່ສຳຄັນ, ຮີບດ່ວນຈຳນວນໜຶ່ງ. ຕາມນັ້ນແລ້ວ ສຸມໃສ່ຊີ້ນຳນຳພາ, ໃຫ້ບຸລິມະສິດຈັດແບ່ງແຫຼ່ງກຳລັງໃຫ້ແກ່ບັນດາອົງການທີ່ມີໜ້າທີ່ປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU ແລະ ບັນດາຂໍ້ສະເໜີແນະຂອງຄະນະກຳມະການເອີລົບ EC ຢ່າງມີປະສິດທິຜົນ ແລະ ປະສິດທິພາບ. ທ່ານນາຍົກລັດຖະມົນຕີ ໄດ້ມອບໜ້າທີ່ໃຫ້ກະຊວງກະສິກຳ ແລະ ສິ່ງແວດລ້ອມເປັນເຈົ້າການ, ສົມທົບກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນເປັນເຈົ້າການ, ແລກປ່ຽນ, ອັບເດດໝາກຜົນຂອງການຂຸດຄົ້ນ IUU ກັບ ECເປັນປະຈຳ, ສະຫຼຸບໝາກຜົນ ແລະ ກະກຽມລາຍງານໝາກຜົນປະຕິບັດບັນດາຂໍ້ສະເໜີກ່າວເຕືອນ “ບັດເຫຼືອງ” ຕາມຄວາມຮຽກຮ້ອງຂອງ EC, ປະຕິບັດສຳເລັດ ແລະ ລາຍງານຕໍ່ທ່ານນາຍົກລັດຖະມົນຕີ ກ່ອນວັນທີ 5 ກັນຍາ 2025.
(ແຫຼ່ງຄັດຈາກ VOV)