• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ, "ຕ້ອງຫັນປ່ຽນຢ່າງແຮງຈາກຈິນຕະນາການປຸກລະດົມໄປສູ່ການຄຸ້ມຄອງແຫຼ່ງກຳລັງແຫ່ງຊາດ"

ກ່ຽວກັບວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ, ທ່ານນາຍົກລັດຖະມົນຕີຖືວ່າ ບັນຫານີ້ຕ້ອງໄດ້ສຳຜັດຢ່າງຮອບດ້ານໃນຫຼາຍພາຫະນະ ເພື່ອຍົກສູງກຳລັງຄວາມສາມາດການຄຸ້ມຄອງແຫ່ງຊາດ.

​

  ທ່ານນາຍົກລັດຖະມົນຕີ ເລມິນຮຶງ, ກ່າວ​ຄຳ​ເຫັນທີ່ວາລະປະຊຸມ. (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 26 ພະ​ຈິກ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ ເລ​ມິນ​ຮຶງ, ນາຍົກລັດຖະມົນຕີ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ແຜນ​ການ​ສ້າງ​ມະ​ຕິ​ສະ​ບັບ​ໃໝ່​ຂອງ​ກົມ​ການ​ເມືອງ ປ່ຽນ​ແທນ​ມະ​ຕິ​ສູນ​ກາງ​ເລກ​ທີ 39 (​ລົງວັນ​ທີ 15 ມັງ​ກອນ 2019) ກ່ຽວ​ກັບ​ການ​ເສີມ​ຂະ​ຫຍາຍ​ບັນ​ດາ​ແຫຼ່ງ​ກຳ​ລັງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ໄດ້​ເປັນ​ປະ​ທານ​ວາ​ລະ​ປະ​ຊຸມ​ຄັ້ງ​ທີ 1 ແນ​ໃສ່​ເປັນ​ເອ​ກະ​ພາບ​ແຜນ​ການ​ຜັນ​ຂະ​ຫຍາຍ ແລະ ບັນ​ດາ​ເນື້ອ​ໃນ​ຈຸດ​ສຸມ​ຂອງ​ແຜນ​ຮ່າງ.

ທີ່​ວາ​ລະ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີຮຽກ​ຮ້ອງ​ໃຫ້​ຕ້ອງຫັນປ່ຽນຢ່າງ​ແຮງຈາກ​​ຈິນ​ຕະ​ນາ​ການ​ປຸກ​ລະ​ດົມ​ໄປສູ່ການຄຸ້ມຄອງແຫຼ່ງ​ກຳ​ລັງແຫ່ງຊາດ:

“ພວກ​ເຮົາ​ຕ້ອງ​​ປຸກລະ​ດົມ ແລະ ນຳ​ໃຊ້​ແຫຼ່ງ​ກຳ​ລັງ​ດ້ານ​ການ​ເງິນ​ຢ່າງ​ໃຫຍ່​ຫຼວງ, ແຕ່​ເຮັດ​ແນວ​ໃດ​ທີ່​ຈ​ະປຸກ​ລະ​ດົມ​ໄດ​້​ ແລະ ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ເພື່ອ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ​ຢ່າງວ່ອງ​ໄວ, ຍືນ​ຍົງ​ບໍ່​ພ​ຽງ​ແຕ່​ອີງ​ໃສ່​ກຳ​ລັງ​ໜູນ​ເປັນ​ມູນ​ເຊື້ອ​ເທົ່າ​ນັ້ນ, ຫາກ​ຍັງ​ດຳ​ເນີນ​ບັນ​ດາ​ບາດ​ກ້າ​ວ​ຢ່າງ​ແຮງ ເພື່ອ​ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ພັດ​ທະ​ນາ ໂດຍ​ອີງ​ໃສ່ການ​ນຳ​ໃຊ້​ຜົນ​ງານ, ຜະ​ລິດ​ຕະ​ພັນ​ຂອງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ, ການ​ຫັນ​ເປັນ​ດີ​ຈີ​ຕອ​ນ ເພື່ອ​ຍົກ​ສູງ​ຄຸນນ​ະ​ພາບ​ການ​ຄຸ​້ມ​ຄອງ​ບໍ​ລິ​ຫານ, ປະ​ສິດ​ທິ​ຜົນ ແລະ ​ກຳ​ລັງ​ແຮງ​ແກ່ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ”.

ກ່ຽວ​ກັບ​ວິ​ທະ​ຍາ​ສາດເຕັກ​ໂນ​ໂລ​ຊີ, ນະ​ວັດ​ຕະ​ກຳ ແລະ ການ​ຫັນ​ເປັນ​ດ​ີ​ຈີ​ຕອນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖື​ວ່າ ບັນ​ຫານີ້​ຕ້ອງ​ໄດ້​ສຳຜັດ​ຢ່າງ​ຮອບ​ດ້ານ​ໃນ​ຫຼາຍ​ພາ​ຫະ​ນະ ເພື່ອ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ການ​ຄຸ້​ມ​ຄອງ​ແຫ່ງ​ຊາດ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຮັກ​ສາ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ໃຫ້​ການ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ຕ້ອງ​ຮັກ​ສາ​ເອ​ກະ​ລາດ, ຄວາມເປັນ​ເຈົ້າ​ ແລະ ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ ໃຫ້​ການ​ພັດ​ທະ​ນາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ຫວຽດນາມ ພວມ​ຜັນ​ຂະ​ຫຍາຍມ​ະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ ດ້ວຍ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສູ​ງ​ທີ່​ສຸດ

Top