• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຸກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອ​ງ​ມະ​ນຸດ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ

ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ເຖິງ​ເນື້ອ​ໃນ​ຈິ​ດ​ໃຈ​ລຸ​ລ່ວງ ນັ້ນ​ແມ່ນ ຖືມະ​ນຸດ​ເປັນ​ໃຈ​ກາງ, ວັດ​ທ​ະ​ນະ​ທຳ​ແມ່ນ​ພື້ນ​ຖານ, ກົດ​ໝາຍ ແລະ ລະ​ບຽບ​ວິ​ໄນ​ແມ່ນ​ເສົາ​ຄ້ຳ, ສ້າງ​ສັງ​ຄົມ​ສີ​ວິ​ໄລ, ສັງ​ຄົມ​ນິ​ຍົມ ​ກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ສະ​ໄໝ​ໃໝ່ ທີ່​ມີ​ອຸ​ດົມ​ການ, ມີ​ກິດ​ຕິ​ຄຸນ​ມະ​ນຸດ, ມີ​ວັດ​ທະ​ນະ​ທຳ​, ມີ​ສະ​ຕິ​ພົນ​ລະ​ເມືອງ, ມີ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ ແລະ ມີ​ກຳ​ລັງ​ຄວາມ​ສາ​ມາດ​ປັບ​ຕົວເຂົ້າ​​ກັບ​ສັງ​ຄົມ​ປັດ​ຈຸ​ບັນ.
  ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: TTXVN)  

“ທຸກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອ​ງ​ມະ​ນຸດ, ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ”. ນີ້​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ​ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ ໃນ​ການ​ເຮັດ​ວຽກ​ກັບ​ຄະ​ນະ​ພັກ​ຕຳຫຼວດ​ສູນ​ກາງ ແລະ ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ກ່ຽວ​ກັບ​ແຜນ​ຮ່າງ “ສ້າງ​ສັງ​ຄົມ​ທີ່​ມີຄວາມເປັນລະບຽບຮຽບຮ້ອຍ, ລະ​ບຽບ​ວິ​ໄນ, ປອດ​ໄພ, ​ໂປ່ງ​ໃສ, ສີ​ວິ​ໄລ, ກົມ​ກຽວ, ພັດ​ທະ​ນາ” ໃນ​ຕອນ​ເຊົ້າ​ວັນ​ທີ 3 ມິ​ຖຸ​ນາ ຢູ່​ຮ່າ​ໂນ້ຍ.

ເມື່ອ​ກ່າວ​ຄຳ​ເຫັນ​ສະຫຼຸບ​ການ​ເຮັດ​ວຽກ, ທ່ານ​ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ເນັ້ນ​ໜັກ​ເຖິງ​ເນື້ອ​ໃນ​ຈິ​ດ​ໃຈ​ລຸ​ລ່ວງ ນັ້ນ​ແມ່ນ ຖືມະ​ນຸດ​ເປັນ​ໃຈ​ກາງ, ວັດ​ທ​ະ​ນະ​ທຳ​ແມ່ນ​ພື້ນ​ຖານ, ກົດ​ໝາຍ ແລະ ລະ​ບຽບ​ວິ​ໄນ​ແມ່ນ​ເສົາ​ຄ້ຳ, ສ້າງ​ສັງ​ຄົມ​ສີ​ວິ​ໄລ, ສັງ​ຄົມ​ນິ​ຍົມ ​ກ່ອນ​ອື່ນ​ໝົດ​ແມ່ນ​ສ້າງ​ປະ​ຊາ​ຊົນ ຫວຽດ​ນາມ ໃນ​ສະ​ໄໝ​ໃໝ່ ທີ່​ມີ​ອຸ​ດົມ​ການ, ມີ​ກິດ​ຕິ​ຄຸນ​ມະ​ນຸດ, ມີ​ວັດ​ທະ​ນະ​ທຳ​, ມີ​ສະ​ຕິ​ພົນ​ລະ​ເມືອງ, ມີ​ຈິດ​ໃຈ​ຄວາມ​ຮັບ​ຜິດ​ຊອບ ແລະ ມີ​ກຳ​ລັງ​ຄວາມ​ສາ​ມາດ​ປັບ​ຕົວເຂົ້າ​​ກັບ​ສັງ​ຄົມ​ປັດ​ຈຸ​ບັນ. ທ່ານ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ ໂຕ​ເລິມ ຊີ້​ແຈ້ງວ່າ:

“ທຸກ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຕ້ອງ​ມຸ່ງ​ໄປ​ເຖິງ​ການ​ປົກ​ປ້ອງ​ມະ​ນຸດ, ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ, ຮັບ​ປະ​ກັນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ, ປອດ​ໃສ, ມີວັດ​ທະ​ນະ​ທຳ​ມະ​ນຸດ, ມີ​ໂອ​ກາດ​ພັດ​ທະ​ນາ, ໄດ້​ຊົມ​ໃຊ້​ໝາກ​ຜົນ​ການ​ພັດ​ທະ​ນາ​ຢ່າງ​ຍຸ​ຕິ​ທຳ, ມີ​ການ​ປະ​ສານ​ສົມ​ທົບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ກັບ​ຄວາມ​ກ້າວ​ໜ້າ, ຄວາມ​ຍ​ຸ​ຕິ​ທຳ​ສັງ​ຄົມ​ຢ່າງ​ແໜ້ນ​ແຟ້ນ. ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້​ຢູ່​ທາງຫຼັງ”.

(ແຫຼ່ງຄັດຈາກ VOV)

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ມີ​ຜູ້​ແທນ​ນັບ​ໝື່ນ​ຄົນ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg ຢູ່ ລັດ​ເຊຍ

ວັນ​ທີ 02 ມິ​ຖຸ​ນາ, ທ່ານ Yury Ushakov ຜູ້​ຊ່ວຍ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ແຈ້ງ​ໃຫ້​ຊາບ​ວ່າ ມີ​ຜູ້​ແທນ​ປະ​ມານ 20.000 ທ່ານ ທີ່​ມາ​ຈາກກວ່າ 100 ປະ​ເທດ ຈະ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ສາ​ກົນ St. Petersburg 2026 (SPIEF 2026) ທີ່​ດຳ​ເນີນ​ແຕ່​ວັນ​ທີ 03 ຫາ​ວັນ​ທີ 06 ມິ​ຖຸ​ນາ.

Top