• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທຳ​ນຽບ​ຂາວ​ປະ​ກາດລາຍ​ລະ​ອຽດ​ຂໍ້​ຕົກ​ລົງ​ການ​ຄ້າ ອາ​ເມ​ລິ​ກາ - ຈີນ

ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ພົບກັນຢູ່ ສ. ເກົາຫຼີ ໃນວັນທີ 30 ຕຸລາ 2025 (ພາບ: REUTERS)

ວັນທີ 1 ພະຈິກ, ທຳນຽບຂາວປະກາດລາຍລະອຽດກ່ຽວກັບຂໍ້ຕົກລົງ ເຊິ່ງ ອາເມລິກາ ແລະ ຈີນ ຫາກໍ່ບັນລຸໄດ້ການພົບປະລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump  ແລະ ທ່ານປະທານປະເທດ ຈີນ ສີຈີ້ນຜິງ ເພື່ອແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງສອງພື້ນຖານເສດຖະກິດອັນດັບໜຶ່ງອັນດັບ 2 ໃນໂລກ.

        ຕາມແຈ້ງການຂອງທຳນຽບຂາວແລ້ວ, ອາເມລິກາ ຈະຫຼຸດ 10% ພາສີອາກອນສຳລັບສິນຄ້ານຳເຂົ້າຈາກ ຈີນ, ຜ່ານນັ້ນ ນຳອັດຕາພາສີທັງໝົດຂອງ ອາເມລິກາ ສຳລັບສິນຄ້າ ຈີນ ຈາກ 57% ຫຼຸດລົງເຫຼືອປະມານ 47%. ໄປຄຽງຄູ່ກັນນັ້ນ, ອາເມລິກາ ຈະຫຼຸດອັດຕາພາສີນຳເຂົ້າສຳລັບບັນດາປະເພດສິນຄ້າທີ່ກ່ຽວຂ້ອງເຖິງ fentanyl  ແຕ່ 20% ຫຼຸດລົງເຫຼືອ ພຽງ10%.

        ລັດຖະບານ ອາເມລິກາ ເຫັນດີເປັນເອກະພາບຢຸດ 1 ປີສຳລັບ “ບັນຊີລາຍຊື່ດຳ” ເປີດກວ້າງ ຂອງກະຊວງການຄ້າທີ່ຫ້າມບັນດາບໍລິສັດຊື້ສິນຄ້າເຕັກໂນໂລຢີ ອາເມລິກາ, ໃນນັ້ນ ມີອຸປະກອນຜະລິດເຄິ່ງຊັກນຳໄຟຟ້າ. ນອກຈາກນັ້ນ, ອາເມລິກາ ກໍຈະຢຸດໜຶ່ງປີສຳລັບບັນດາບ້ວງຄ່າທຳນຽບທ່າກ່ຳປັ່ນຫາກໍ່ຈັດວາງສຳລັບບັນດາກ່ຳປັ່ນໂດຍ ອາເມລິກາ ຕໍ່, ຖືເປັນກຳມະສິດ ແລະ ຖືທຸງຊາດປະເທດນີ້.

(ແຫຼ່ງຄັດຈາກ VOV)

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ກົດ​ໝາຍ​ວ່າ​ດ້ວຍ​ການ​ລ​ົງທຶນ (ສະ​ບັບ​ປັບ​ປຸງ): ແກ້​ໄຂ​ຈຸດ​ອຸດ​ຕັນ, ສ້າງ​ສະ​ພາບ​ແລດ​ວ້ອມ​ແຫ່ງ​ການ​ລົງ​ທຶນ

ໂດຍສືບຕໍ່ວາລະກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດ ຊຸດທີ XV, ຕອນເຊົ້າວັນທີ 3 ພະຈິກ, ສະພາແຫ່ງຊາດປຶກສາຫາລືກົດໝາຍຈຳນວນໜຶ່ງ ໃນນັ້ນມີກົດໝາຍວ່າດ້ວຍການລົງທຶນ (ສະບັບປັບປຸງ).

Top