ບັນດາສຳນັກຝລັ່ງໂກໂຟນີ ແລະ ສະມາຊິກຕ້ອງຍູ້ແຮງການຮ່ວມມືໃນການປ້ອງກັນສະກັດກັ້ນ ການປະທະກັນ, ເປັນກາງໄກ່ເກ່ຍປອງດອງ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ສ້າງສາຄືນໃໝ່ພາຍຫຼັງການປະທະກັນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມໂຕ້ມົນຄົບຄະນະ (ພາບ: VNA)
ໃນຂອບເຂດກອງປະຊຸມສຸດຍອດ ຝລັ່ງໂກໂຟນີ ຄັ້ງທີ XX, ຕອນເຊົ້າວັນທີ 16 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມໂຕ້ມົນຄົບຄະນະ, ເຊີດຊູບົດບາດຂອງປະຊາຄົມຝລັ່ງໂກໂຟນີ ໃນການ ຊຸກຍູ້ການສົນທະນາ, ສາມັກຄີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ສະກັດກັ້ນການປະທະກັນ, ສ້າງພື້ນຖານໃຫ້ແກ່ສັນຕິພາບ ແລະ ການຮ່ວມມື, ພັດທະນາແບບຍືນຍົງ.
ຕາມນັ້ນແລ້ວ, ບັນດາສຳນັກຝລັ່ງໂກໂຟນີ ແລະ ສະມາຊິກຕ້ອງຍູ້ແຮງການຮ່ວມມືໃນການປ້ອງກັນສະກັດກັ້ນ ການປະທະກັນ, ເປັນກາງໄກ່ເກ່ຍປອງດອງ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ ແລະ ສ້າງສາຄືນໃໝ່ພາຍຫຼັງການປະທະກັນ. ບົນຈິດໃຈນັ້ນ, ຫວຽດນາມ ສະແດງຄວາມຊົມເຊີຍຕໍ່ຂໍ້ລິເລີ່ມຈັດຕັ້ງເວທີປາໄສກ່ຽວກັບການສ້າງສັນຕິພາບ. ປະຊາຄົມຝລັ່ງໂກໂຟນີ ຕ້ອງເອົາໃຈໃສ່ເປັນພິເສດເຖິງການລົງທຶນໃຫ້ມະນຸດ ແລະ ພັດທະນາກວມລວມ ເພື່ອສ້າງພື້ນຖານຍາວນານໃຫ້ສັນຕິພາບ; ໃນນັ້ນ, ຕ້ອງລົງທຶນໃຫ້ການພັດທະນາເສດຖະກິດ, ສັງຄົມ, ວັດທະນະທຳ, ການສຶກສາ ແລະ ບຳລຸງສ້າງ, ໜູນຊ່ວຍຊາວໜຸ່ມ Startup, ເພີ່ມທະວີຄວາມສາມາດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ຊຸກຍູ້ການຫັນເປັນສີຂຽວ, ເສດຖະກິດມະຫາສະໝຸດ, ການຫັນເປັນດີຈີຕອນ ແລະ ເອົາໃຈໃສ່ເປັນພິເສດຕໍ່ການໜູນຊ່ວຍບັນດາປະເທດເກາະໜ້ອຍ.
ແລະກໍໃນຕອນສວຍວັນທີ 16 ພະຈິກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນຫຼວງ ພະນົມເປັນ, ກຳປູເຈຍ ສິ້ນສຸດບັນດາກິດຈະກຳໃນຂອບເຂດກອງປະຊຸມສຸດຍອດຝລັ່ງໂກໂຟນີຄັ້ງທີ XX, ແຕ່ວັນທີ 14 – 16 ພະຈິກ, ຕາມຄຳເຊື້ອເຊີນຂອງກະສັດ ກຳປູເຈຍ. Norodom Sihamoni.
(ແຫຼ່ງຄັດຈາກ VOV)