ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ Colombo, ຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ.
ທ່ານປະທານາທິບໍດີ ສີລັງກາ Anura Kumara Dissanayake ເປັນປະທານພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານ Anura Kumara Dissanayake, ປະທານາທິບໍດີ ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕ ສີລັງກາ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນຫຼວງ Colombo, ຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ. ຕອນເຊົ້າວັນທີ 08 ພຶດສະພາ ຕາມເວລາທ້ອງຖິ່ນ, ຢູ່ທຳນຽບປະທານາທິບໍດີ, ທ່ານປະທານາທິບໍດີ Anura Kumara Dissanayake, ໄດ້ເປັນປະທານພິທີຕ້ອນຮັບທາງລັດຖະກິດທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ.
ບັນຍາກາດພິທີຕ້ອນຮັບ (ພາບ:TTXVN)ໃນພິທີຕ້ອນຮັບ, ພາຍໃຕ້ທຸງຊາດ ຫວຽດນາມ ແລະ ສີລັງກາ, ພ້ອມດ້ວຍການຍິງປືນໃຫຍ່ຕ້ອນຮັບ 21 ຄັ້ງ, ເພງຊາດສອງປະເທດ ຫວຽດນາມ - ສີລັງກາ ໄດ້ດັງຂຶ້ນຢ່າງເຄັ່ງຂຶມ.
ບັນຍາກາດການພົບປະສອງຝ່າຍ ຫວຽດນາມ - ສີລັງກາ (ພາບ: TTXVN)ໃນການພົບປະສອງຝ່າຍທີ່ໄດ້ດຳເນີນພາຍຫຼັງພິທີຕ້ອນຮັບ, ການນຳສອງທ່ານໄດ້ຕີລາຄາສູງ ໂດຍຖືວ່າ ສາຍພົວພັນສອງຝ່າຍພວມຢູ່ໃນໄລຍະພັດທະນາຢ່າງຈົບງາມທີ່ສຸດ, ພ້ອມທັງແລກປ່ຽນກ່ຽວກັບບັນດາທິດທາງການຮ່ວມມືທີ່ມີລັກສະນະກຳນົດທິດໃຫຍ່ ແນໃສ່ນຳສາຍພົວພັນສອງປະເທດພັດທະນາຢ່າງເລິກເຊິ່ງກວ້າງຂວາງກວ່າອີກ, ສົມກັບຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ຍົກລະດັບການຮ່ວມມືສອງຝ່າຍ.
ເມື່ອກ່າວຄຳເຫັນທີ່ການຖະແຫຼງຂ່າວພາຍຫຼັງການພົບປະສອງຝ່າຍ, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ:
ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ກ່າວຄຳເຫັນໃນການຖະແຫຼງຂ່າວ (ພາບ: TTXVN)“ຂ້າພະເຈົ້າພ້ອມກັບທ່ານປະທານາທິບໍດີໄດ້ເຫັນດີເປັນເອກະພາບຍົກລະດັບການພົວພັນ ຫວຽດນາມ - ສີລັງກາ ຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ໃຫ້ຄຳໝັ້ນສັນຍາສືບຕໍ່ປັບປຸງ ແລະ ເພີ່ມທະວີການຮ່ວມມືມິດຕະພາບ, ສ້າງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງຢູ່ລະດັບສູງ, ເປີດກວ້າງຂອບເຂດ ແລະ ລະດັບການຮ່ວມມືຕາມທິດຮອບດ້ານ, ແທ້ຈິງໃນທຸກຂົງເຂດ. ຕ້ອງເຮັດໃຫ້ການຮ່ວມມືດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເລິກເຊິ່ງກວ່າອີກ. ເພີ່ມທະວີການຮ່ວມມືທາງດ້ານເສດຖະກິດ, ການຄ້າ, ການລົງທຶນ, ກະສິກຳ, ພະລັງງານ, ວິທະຍາສາດເຕັກໂນໂລຢີຕາມທິດແທ້ຈິງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ. ພວກຂ້າພະເຈົ້າໄດ້ເຫັນດີເປັນເອກະພາບຜັນຂະຫຍາຍບັນດາມາດຕະການບຸກທະລຸ ແນໃສ່ບັນລຸໄດ້ເປົ້າໝາຍຍົກວົງເງິນການຄ້າໃຫ້ບັນລຸ 1 ຕື້ USD ໂດຍໄວ, ມຸ່ງໄປເຖິງການລົງນາມໃນຂໍ້ຕົກລົງກ່ຽວກັບການຄ້າ, ການລົງທຶນສອງຝ່າຍລະຫວ່າງສອງປະເທດໃນອະນາຄົດ. ບັນດາວິສາຫະກິດ ຫວຽດນາມ ກໍສະແດງຄວາມພ້ອມເປີດກວ້າງການຮ່ວມມືຢູ່ ສີລັງກາ.”
ເນື່ອງໃນໂອກາດນີ້, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ທ່ານປະທານາທິບໍດີ Dissanayake ໄດ້ເປັນສັກຂີພິຍານພິທີມອບ-ຮັບເອກະສານຮ່ວມມືສະບັບຕ່າງໆໃນບັນດາຂົງເຂດ ປ້ອງກັນຄວາມສະຫງົບ, ວິທະຍາສາດ ແລະ ເຕັກໂນໂລຢີ, ວັດທະນະທຳ, ຂໍ້ມູນຂ່າວສານ ແລະ ວຽກງານສື່ມວນຊົນ.