• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ເລ​ຂ​າ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພົບ​ປະ​ກັບປະ​ທານ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ

ພາຍຫຼັງ​ມີ​ບົດ​ກ່າວ​ຄຳ​ເຫັນ​ສຳ​ຄັນ​ໃນ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ, ຕອນ​ບ່າຍ​ວັນ​ທີ 08 ພຶດ​ສະ​ພາ, ຢູ່​ນະ​ຄອນຫຼວງ Colombo, ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ພົບ​ປະ​ກັບ​​ທ່ານ Jagath Wickramaratne ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ.

  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ Jagath Wickramaratne (ພາບ: TTXVN)  

ໃນ​ການ​ພົບ​ປະ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ ຈະ​ຮັບ​ຮອງ​ເອົາ​ບັນ​ດາ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ທີ່​ມາ​ລົງ​ທຶນ​ຢູ່ ສີ​ລັງ​ກາ ໃນ​ບັນ​ດາ​ຂົງ​ເຂດ: ພື້ນ​ຖານ​ໂຄງ​ລ່າງ, ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ, ລົດ​ໄຟ​ຟ້າ, ເຕັກ​ໂນ​ໂລ​ຢີ, ໂທ​ລະ​ຄົມ​ມະ​ນາ​ຄົມ; ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ການ​ບິນ ຫວຽດ​ນາມ ເປີດ​ຖ້ຽວ​ບິນ​ໂດຍ​ກົງ​ເຊື່ອມ​ຕໍ່​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ໄວ; ພ້ອມ​ດຽວ​ກັນ​ນັ້ນ, ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ດຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ສີ​ລັງ​ກາ.

ສ່ວນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Jagath Wickramaratne ໄດ້​ເນັ້ນ​ໜັກ​ວ່າ ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຕໍ່​ສະ​ພ​າ​ແຫ່ງ​ຊາດ​ ສີ​ລັງ​ກາ ແມ່ນ​ມີ​ຄວາມ​ໝາຍ​ປະ​ຫວັດ​ສາດ. ບົດ​ກ່າວ​ປາ​ໄສເຫຼົ່າ​ນີ້ ບໍ່​ພຽງ​ແຕ່​ສ້າງ​ແຮງ​ບັນ​ດານ​ໃຈ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ສີ​ລັງ​ກາ ເທົ່າ​ນັ້ນ ຫາກ​ນັບ​ທັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຂອງ​ປະ​ເທດ​ນີ້​ອີກ​ດ້ວຍ. ບົດ​ກ່າວ​ປາ​ໄສ​ໄດ້​ລະ​ບຸຫຼາ​ຍ​ບົດ​ຮຽນ​ປະ​ສົບ​ການ​ອັນ​ລ້ຳ​ຄ່າ​ສຳ​ລັບ ສີ​ລັງ​ກາ ໃນ​ວິ​ວັດ​ທະ​ນາ​ການ​ພັດ​ທະ​ນາ​ປະ​ເທດ​ຊາດ.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ນຳ​ສາຍ​ພົວ​ພັນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ສືບ​ຕໍ່​ນຳ​ສາຍ​ພົວ​ພັນ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ພັດ​ທະ​ນາ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ

ຕອ​ນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 48 ຢູ່ Cebu, ຟີ​ລິບ​ປິນ, ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ຮັບ​ປະ​ທານ​ອາ​ຫານ​ເຊົ້າ, ເຮັດ​ວຽກ​ກັບ​ທ່ານ​ Hun Manet ນາ​ຍົກ​ລັດ​ຖະ​ມົນ​ຕີ ກຳ​ປູ​ເຈຍ ແລະ ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ.

Top