ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ, ຕອນບ່າຍວັນທີ 7 ພຶດສະພາຢູ່ຄະນະຄອນ Mumbai, ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບການນຳບັນດາກຸ່ມບໍລິສັດ, ວິສາຫະກິດໃຫຍ່ຂອງ ອິນເດຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຕ້ອນຮັບທ່ານປະທານ ກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອິນເດຍ Arun Kumar Singh. (ພາບ: TTXVN)
ໃນການຕ້ອນຮັບການນຳກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ອິນເດຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ຕີລາຄາວ່າ ນີ້ແມ່ນໜຶ່ງໃນບັນດາກຸ່ມບໍລິສັດທີ່ມີປະສົບການ ແລະ ມີກຳລັງຄວາມສາມາດຜັນຂະຫຍາຍໂຄງການຢູ່ບັນດາເຂດທີ່ມີພູມສັນຖານສັບສົນ, ເໝາະສົມກັບຄວາມຕ້ອງການພັດທະນາຂະແໜງນ້ຳມັນອາຍແກັດຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢັ້ງຢືນວ່າ, ຫວຽດນາມ ວາງເປົ້າໝາຍສຸມໃສ່ຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ, ພ້ອມທັງປາດຖະໜາວ່າ ກຸ່ມບໍລິສັດນີ້ຈະສືບຕໍ່ແມ່ນຄູ່ຮ່ວມມືສຳຄັນໃນຂົງເຂດສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ ແລະ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກ, ບົນພື້ນຖານເຄົາລົບກົດໝາຍ ແລະ ບັນດາຄຳໝັ້ນສັນຍາທີ່ກ່ຽວຂ້ອງ.
ກໍໃນຕອນບ່າຍວັນທີ 07 ພຶດສະພາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍໄດ້ຕ້ອນຮັບການນຳກຸ່ມບໍລິສັດ Larsen&Toubro, ການນຳກຸ່ມບໍລິສັດ Adani ແລະ ທ່ານ Jishnu Dev Varma ຜູ້ວ່າການລັດ Maharashtra. ນີ້ແມ່ນການເຄື່ອນໄຫວສຸດທ້າຍຂອງທ່ານປະທານາທິບໍດີ, ປະທານປະເທດ ໂຕເລິມ ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອິນເດຍ.
(ແຫຼ່ງຄັດຈາກ VOV)