ຕອນຄ່ຳວັນທີ 7 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Mumbai, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ. ອິນເດຍ ຢ່າງຈົບງາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໍ່ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສີລັງກາ (ພາບ: TTXVN)
ຕອນຄ່ຳວັນທີ 7 ພຶດສະພາ (ຕາມເວລາທ້ອງຖິ່ນ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກນະຄອນ Mumbai, ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ ສ. ອິນເດຍ ຢ່າງຈົບງາມ, ສືບຕໍ່ເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ສາທາລະນະລັດສັງຄົມນິຍົມ ປະຊາທິປະໄຕ ສີລັງກາ ແຕ່ວັນທີ 7 – 8 ພຶດສະພາ, ຕາມຄຳເຊື້ອເຊີນຂອງທ່ານ Anura Kumara Dissanayake ປະທານາທິບໍດີ ສີລັງກາ.
ທ່ານນາງ Harini Amarasuriya ນາຍົກລັດຖະມົນຕີ ສີລັງກາ ອອກຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຢູ່ສະໜາມບິນ (ພາບ: TTXVN)
ອອກຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຢູ່ສະໜາມບິນສາກົນ Bandaranaike ທີ່ນະຄອນຫຼວງ Colombo ມີທ່ານນາງ Harini Amarasuriya ນາຍົກລັດຖະມົນຕີ ສີລັງກາ ແລະ ສະມາຊິກລັດຖະບານ ສີລັງກາ ຈຳນວນໜຶ່ງ, ທ່ານນາງ ຈິ້ງທິເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສີລັງກາ, ພ້ອມດ້ວຍພະນັກງານ, ລັດຖະກອນສະຖານທູດ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສີລັງກາ ເປັນຈຳນວນຫຼາຍ. ຢູ່ສະໜາມບິນ, ກອງກຽດຕິຍົດໄດ້ຢືນລຽນແຖວລຽບຕາມພົມແດງ ແລະ ບັນດານັກສິລະປິນ ສີລັງກາ ໄດ້ສະແດງບັນດາວາດຟ້ອນພື້ນເມືອງເພື່ອຂ່ຳນັບຮັບຕ້ອນທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ.
(ແຫຼ່ງຄັດຈາກ VOV)