ຂ່າວສານ

ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສີ​ລັງ​ກາ

ຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ​ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງອອກ​ຈາກ​ນະ​ຄອນ Mumbai, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຢ​ູ່ ສ. ອິນ​ເດຍ ຢ່າງ​ຈົບ​ງາມ.
  ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ​ໍ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຢູ່ ສີ​​ລັງ​ກາ (ພາບ: TTXVN)  

ຕອນ​ຄ່ຳ​ວັນ​ທີ 7 ພຶດ​ສະ​ພາ (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່ານ ໂຕ​ເລິມ ​ເລ​ຂາ​ທິ​ການ​ໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄດ້​ເດີນ​ທາງອອກ​ຈາກ​ນະ​ຄອນ Mumbai, ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຢ​ູ່ ສ. ອິນ​ເດຍ ຢ່າງ​ຈົບ​ງາມ, ສືບ​ຕ​ໍ່​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ປະ​ຊາ​ທິ​ປະ​ໄຕ ສີ​​ລັງ​ກາ ແຕ່​ວັນ​ທີ 7 – 8 ພຶດ​ສະ​ພາ, ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Anura Kumara Dissanayake ປະ​ທາ​ນາ​ທິ​ບໍ​ດີ​ ສີ​ລັງ​ກາ.

  ທ່ານນາງ Harini Amarasuriya ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ ອອກ​ຕ້ອນ​ຮັບ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຢູ່​ສະ​ໜາມ​ບິນ (ພາບ: TTXVN)  

ອອກ​ຕ້ອນ​ຮັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້​ນ​ສູງ ຫວຽດ​ນາມ ຢູ່​ສະ​ໜາມ​ບິນ​ສາ​ກົນ Bandaranaike ​ທີ່​ນະ​ຄອນຫຼວງ Colombo ມີ​ທ່ານນາງ Harini Amarasuriya ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສີ​ລັງ​ກາ ​ແລ​ະ ສະ​ມາ​ຊິກ​ລັດ​ຖະ​ບານ ສີ​ລັງ​ກາ ຈ​ຳ​ນວນ​ໜຶ່ງ, ທ່ານ​ນາງ ຈິ້ງ​ທິ​ເຕີມ ເອກ​ອັກ​ຄ​ະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ສີ​ລັງ​ກາ, ພ້ອມ​ດ້ວຍ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕ​າງ​ໜ້າ​ປະ​ຊາ​ຄົມ​ຊາວ​ ຫວຽດ​ນາມ ອາ​ໄສ​ຢູ່ ສີ​ລັງ​ກາ ເປັນ​ຈຳ​ນວນຫຼາຍ. ຢູ່​ສະ​ໜາມ​ບິນ, ກອງກຽດ​ຕິ​ຍົດ​ໄດ້​ຢືນ​ລຽນ​ແຖວ​ລ​ຽບ​ຕາມພົມ​ແດງ ແລະ ບັນ​ດາ​ນັກ​ສິ​ລະ​ປິນ ສີ​ລັງ​ກາ ໄດ້​ສະ​ແດງ​ບັນ​ດາ​ວາດ​ຟ້ອນ​ພື້ນ​ເມືອງ​ເພື່ອ​ຂ່ຳ​ນັບ​ຮັບ​ຕ້ອນ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.


top