ຂ່າວສານ

ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສີ​ລັງ​ກາ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​​ໄປຮອດ​ນະ​ຄອນຫຼວງ Colombo, ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສີ​ລັງ​ກາ.

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກ​ທ່ານ Anura Kumara Dissanayake, ​ປະ​ທາ​ນາ​ທິ​ບໍ​ດີ ສາ​ທາ​ລະ​ນະ​ລັດ​ສັງ​ຄົມ​ນິ​ຍົມ ປະ​ຊາ​ທິ​ປະ​ໄຕ ສີ​ລັງ​ກາ, ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ເດີນ​ທາງ​​ໄປຮອດ​ນະ​ຄອນຫຼວງ Colombo, ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ສີ​ລັງ​ກາ. ຕອນ​ເຊົ້າ​ວັນ​ທີ 08 ພຶດ​ສະ​ພາ ຕາມ​ເວ​ລາ​ທ້ອງ​ຖິ່ນ, ຢູ່​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Anura Kumara Dissanayake, ໄດ້​ເປັນ​ປະ​ທານ​ພິ​ທີ​ຕ້ອນ​ຮັບ​ທາງ​ລັ​ດ​ຖະ​ກິດ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ.

ໃນ​ພິ​ທີ​ຕ້ອນ​ຮັບ, ພາຍ​ໃຕ້​ທຸງ​ຊາດ ຫວຽດ​ນາມ ແລະ ສີ​ລັງ​ກາ, ພ້ອມ​ດ້ວຍ​ການ​ຍິງ​ປືນ​ໃຫຍ່ຕ້ອນ​ຮັບ 21 ຄັ້ງ, ເພງ​ຊາດ​ສອງ​ປະ​ເທດ ຫວຽດ​ນາມ - ສີ​ລັງ​ກາ ໄດ້​ດັງ​ຂຶ້ນ​ຢ່າງ​ເຄັ່ງ​ຂຶມ.

ໃນ​ການ​ພົບ​ປະ​ສອງ​ຝ່າຍ​ທີ່​ໄດ້​ດຳ​ເນີນ​ພາຍຫຼັງ​ພິ​ທີ​ຕ້ອນ​ຮັບ, ການ​ນຳ​ສອງ​ທ່ານ​ໄດ້​ຕີ​ລາ​ຄາ​ສູງ ໂດຍ​ຖື​ວ່າ ​ສາຍ​ພົວ​ພັນ​ສອງ​ຝ່າຍ​​ພວມ​ຢູ່​ໃນ​ໄລ​ຍະ​ພັດ​ທະ​ນາ​ຢ່າງ​ຈົບ​ງາມ​ທີ່​ສຸດ, ພ້ອມ​ທັງ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ທິດ​ທາງ​ການ​ຮ່ວມ​ມື​ທີ່​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ໃຫຍ່ ແນ​ໃສ່​ນຳ​ສາຍ​ພົວ​ພັນ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງກວ່າ​ອີກ, ສົມ​ກັບ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ມີຢູ່​ແລ້ວ, ຍົກ​ລະ​ດັບ​ການ​ຮ່ວມ​ມື​ສອງ​ຝ່າຍ.

ເມື່ອ​ກ່າວ​ຄຳ​ເຫັນ​ທີ່​ການ​ຖະ​ແຫຼງ​ຂ່າວ​ພາຍຫຼັງ​ການ​ພົບ​ປະ​ສອງ​ຝ່າຍ, ທ່ານ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ເນັ້ນ​ໜັກ​ວ່າ:

 

“ຂ້າ​ພະ​ເຈົ້າ​ພ້ອມ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຍົກ​ລະ​ດັບ​ການ​ພົວ​ພັນ ຫວຽດ​ນາມ - ສີ​ລັງ​ກາ ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ມິດ​ຕະ​ພາບ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ຢູ່​ລະ​ດັບ​ສູງ, ເປີດກວ້າງ​ຂອບ​ເຂດ ແລະ ລະ​ດັບ​ການ​ຮ່ວມ​ມື​ຕາມ​ທິດ​ຮອບ​ດ້ານ, ແທ້​ຈິງ​ໃນ​ທຸກ​ຂົງ​ເຂດ. ຕ້​ອງ​ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ​ເລິກ​ເຊິ່ງກວ່າ​ອີກ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ກະ​ສິ​ກຳ, ພະ​ລັງ​ງານ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຕາມ​ທິດ​ແທ້​ຈິງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ພວກ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ບຸກ​ທະ​ລຸ ແນ​ໃສ່​ບັນ​ລຸ​ໄດ້​ເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າໃຫ້​ບັນ​ລຸ 1 ຕື້ USD ໂດຍ​ໄວ, ມຸ່ງ​ໄປ​ເຖິງ​​ການ​ລົງ​ນາມ​ໃນຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຄ້າ, ການ​ລົງ​ທຶນ​ສອງ​ຝ່າຍ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ. ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ກໍ​ສະ​ແດງ​ຄວາມ​ພ້ອມ​ເປີດກວ້າງ​ການ​ຮ່ວມ​ມື​ຢູ່ ສີ​ລັງ​ກາ.”

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Dissanayake ໄດ້​ເປັນ​ສັກ​ຂີ​ພິ​ຍານ​ພິ​ທີ​ມອບ-ຮັບ​ເອ​ກະ​ສານ​ຮ່ວມ​ມື​ສະ​ບັບ​ຕ່າງໆ​ໃນ​ບັນ​ດາ​ຂົງ​ເຂດ ປ້ອງ​ກັນ​ຄວາມ​ສະ​ຫງົບ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ, ວັດ​ທະ​ນະ​ທຳ, ຂໍ້​ມູນ​ຂ່າວ​ສານ ແລະ ວຽກ​ງານ​ສື່ມວນ​ຊົນ.


top