• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈັດການເຄື່ອນໄຫວຫຼາຍຢ່າງຂ່ຳນັບຮັບຕ້ອນເຫດການ 80 ປີແຫ່ງວັນການປະຕິວັດເດືອນສິງຫາປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ

ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ໄຂງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”.
(ພິທີໄຂການສາຍຟິມຮູບເງົາ)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ ຂອງ ຫວຽດນາມ, ຕອນບ່າຍວັນທີ 12 ສິງຫາ, ຢູ່ ຮ່າໂນ້ຍ, ຫໍພິພິຕະພັນປະຫວັດສາດການທະຫານ ຫວຽດນາມ ໄດ້ໄຂງານວາງສະແດງ “ຮັກສາຄຳໝັ້ນສັນຍາເອກະລາດໄວ້ຕະຫຼອດໄປ”. ງານວາງສະແດງໄດ້ແນະນຳພາບຖ່າຍ, ວັດຖຸພັນກວ່າ 300 ຢ່າງ ວາດພາບເຖິງຄືນໄລຍະທາງແຫ່ງການຕໍ່ສູ້, ການເສຍສະຫຼະຊີວິດ, ຄວາມລຳບາກກາກກຳແຕ່ສະຫງ່າອົງອາດຂອງຊາດ ຫວຽດນາມ ໃນການເດີນທາງປົກປັກຮັກສາພື້ນຖານເອກະລາດ, ປົກປັກຮັກສາອະທິປະໄຕຢ່າງໝັ້ນຄົງ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢ່າງມີຊີວິດຊີວາ.

 ໃນໂອກາດນີ້, ຢູ່ ດັກລັກ, ໄດ້ສາຍຟິມຮູບເງົາ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຈັດຂຶ້ນແຕ່ວັນທີ 12 – 14 ສິງຫາ. ເລື່ອງສາຍຟິມຮູບເງົາໃນຄັ້ງນີ້ແມ່ນເພື່ອແນໃສ່ປະກອບສ່ວນສຶກສາມູນເຊື້ອປະຫວັດສາດ, ຫຼໍ່ລ້ຽງອຸດົມຄະຕິປະຕິວັດໃຫ້ແກ່ລຸ້ນໜຸ່ມ, ແຜ່ກະຈາຍນ້ຳໃຈຮັກຊາດໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ກ່າວຄຳເຫັນທີ່ພິທີໄຂໃນຕອນຄ່ຳວັນທີ 12 ສິງຫາ, ຢູ່ ດັກລັກ, ທ່ານ ໂດ້ກວັກຫວຽດ, ຮອງຫົວໜ້າກົມຮູບເງົາ (ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ), ໃຫ້ຮູ້ວ່າ:

“ນີ້ແມ່ນບັນດາຟິມຮູບເງົາໄດ້ສ້າງການແຜ່ກະຈາຍດ້ານນ້ຳໃຈຮັກສາດ ແລະ ນ້ຳໃຈສາມັກຄີຂອງຊາດຢ່າງແຮງໃນໄລຍະຜ່ານມາ. ນັ້ນກໍ່ແມ່ນສານຂອງພວກຂ້າພະເຈົ້າທີ່ສົ່ງເຖິງພໍ່ແມ່ປະຊາຊົນບັນດາແຂວງເຂດ ໄຕງວຽນ, ພິເສດແມ່ນປະຊາຊົນແຂວງ ດັກລັກ”.

ໂດຍເຊື່ອມຕົວເຂົ້າກັບບັນຍາກາດຂ່ຳນັບຊົມເຊີນພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ປະສົບຜົນສຳເລັດ ແລະ ວັນຊາດທີ 2 ກັນຍາ, ຕອນຄ່ຳວັນທີ 12 ສິງຫາ, ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ, ໄດ້ສະເໜີຕໍ່ຜູ້ອ່ານປື້ມ 2 ພາສາພິເສດ “ຫວຽດນາມ - ການເດີນທາງແຫ່ງຄວາມຊົມຈຳ” (Vietnam - Un voyage mémoriel) ເປັນທາງການໃຫ້ແກ່ຊາວ ຫວຽດນາມ ແລະ ເພື່ອນມິດ ຝລັ່ງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

Top