• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ງານວາງສະແດງ “ຫວຽດນາມ: ຄວາມງາມ ແລະ ພະລັງຊີວິດຕະຫຼອດໄປ” ຢູ່ ອີຣານ

ງານວາງສະແດງໄດ້ແນະນຳພາບຖ່າຍພົ້ນເດັ່ນກວ່າ 20 ແຜ່ນ, ເປັນເອກະລັກສະເພາະກ່ຽວກັບປະເທດຊາດ, ມະນຸດ ແລະ ວັດທະນະທຳ ຫວຽດນາມ.
ງານວາງສະແດງ “ຫວຽດນາມ: ຄວາມງາມ ແລະ ພະລັງຊີວິດຕະຫຼອດໄປ” ຢູ່ ອີຣານ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອີຣານ)

ງານວາງສະແດງ “ຫວຽດນາມ: ຄວາມງາມ ແລະ ພະລັງຊີວິດຕະຫຼອດໄປ” ຢູ່ ອີຣານ ໂດຍສະຖານທູດ ຫວຽດນາມ ປະຈຳ ອີຣານ ສົມທົບກັບເວທີປາໄສເຈົ້າຄອງນະຄອນອາຊີ, ອຳນາດການປົກຄອງນະຄອນ ເຕເຮຣານ ແລະ ບໍລິສັດລົດທາງໄຟຕົວເມືອງ ເຕເຮຣານ ຈັດຂຶ້ນໃນວັນທີ 12 ຕຸລາ, ຢູ່ສະຖານນີລົດໄຟ Tajrish - ເຊິ່ງເປັນໜຶ່ງໃນບັນດາສູນຄົມມະນາຄົມໃຫຍ່ທ່ີສຸດຂອງ ເຕເຮຣານ. ງານວາງສະແດງໄດ້ແນະນຳພາບຖ່າຍພົ້ນເດັ່ນກວ່າ 20 ແຜ່ນ, ເປັນເອກະລັກສະເພາະກ່ຽວກັບປະເທດຊາດ, ມະນຸດ ແລະ ວັດທະນະທຳ ຫວຽດນາມ, ຈາກບັນດາທັດສະນີຍະພາບມີຊື່ສຽງຄື ຮະລອງ, ນິງບິ່ງ, ດ່ານັ້ງ, ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ…, ຕະຫຼອດຮອດຊີວິດປະຈຳວັນ, ງານບຸນປະເພນີ ແລະ ຈຸດຄວາມງາມຂອງບັນດາເຂດຕົວເມືອງທັນສະໄໝ.

ທີ່ພິທີໄຂ, ທ່ານ Hamidreza Gholamzadeh, ຫົວໜ້າຜູ້ຮັບຜິດຊອບການຕ່າງປະເທດຂອງອຳນາດການປົກຄອງ ເຕເຮຣານ ໃຫ້ຮູ້ວ່າ ຜ່ານງານວາງສະແດງ, ປະຊາຊົນ ອີຣານ ຈະມີຄວາມເຂົ້າໃຈກ່ຽວກັບປະເທດ ຫວຽດນາມ ທີ່ສວຍງາມ, ກ່ຽວກັບວັດທະນະທຳ, ທິວທັດທຳມະຊາດ ແລະ ບັນດາເຂດຕົວເມືອງທີ່ພວມພັດທະນາຢ່າງຂະຫຍັນຂັນເຄື່ອນຫຼາຍກວ່າອີກ.

(ແຫຼ່ງຄັດຈາກ VOV)

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ອົງຄະ​ນະ​ພັກ​ລັດ​ຖະ​ບານ​ຕ້ອງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ຄຸນ​ນະ​ທາດ​ການ​ເມືອງ, ພູມ​ປັນ​ຍາ, ການ​ປ່ນ​ແປງ​ໃໝ່

ສືບຕໍ່ກໍ່ສ້າງອົງຄະນະພັກ ແລະ ອົງຄະນະພັກທຸກຂັ້ນໃຫ້ປອດໄສ, ໝັ້ນຄົງເຂັ້ມແຂງ, ເດັດດ່ຽວປ້ອງກັນ, ຕ້ານການສໍ້ຫຼາດບັງຫຼວງ, ຄວາມຟຸ່ມເຟືອຍ ໄພຫຍໍ້ທໍ້ ດ້ວຍທິດນຳ “ບໍ່ມີເຂດມືດ” “ບໍ່ມີບ່ອນຫວ່າງ, ຈຸດມົວ” ບໍ່ມີເຂດຫ້າມ, ບໍ່ມີກໍລະນີຍົກເວັ້ນ.

Top