ນະຄອນເຫ້ວ ແມ່ນສູນວັດທະນະທຳການທ່ອງທ່ຽວພົ້ນເດັ່ນ, ແມ່ນເຄື່ອງໝາຍການທ່ອງທ່ຽວທີ່ມີຊື່ສຽງຢູ່ ຫວຽດນາມກໍ່ຄືທົ່ວໂລກ. ສ່ວນສຳລັບແຂວງກ໋ວາງຈິ ກ່ຽວກັບການທ່ອງທ່ຽວປະຫວັດສາດ, ຈິດວິນຍານ, ການທ່ອງທ່ຽວກ່ຽວກັບທຳມະຊາດ.
ພິທີລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ຄະນະກຳມະການປະຊາຊົນ ແຂວງ ກ໋ວາງຈິງ ກັບຄະນະກຳມະການປະຊາຊົນນະຄອນເຫ້ວ ແລະ ບໍລິສັດໃຫຍ່ ເສັ້ນທາງລົດໄຟ ຫວຽດນາມ ກ່ຽວກັບການພັດທະນາ ຜະລິດຕະພັນການທ່ອງທ່ຽວ ເສັ້ນທາງລົດໄຟເມືອງເກົ່າເຫ້ວ - ຟອງຍາ (ພາບ: VNA)
ຕອນບ່າຍວັນທີ 31 ກໍລະກົດ, ຄະນະກຳມະການປະຊາຊົນແຂວງ ກ໋ວາງຈິໄດ້ປະສານສົມທົບກັບຄະນະກຳມະການປະຊາຊົນນະຄອນ ເຫ້ວ ແລະ ກຸ່ມບໍລິສັດເສັ້ນທາງລົດໄຟ ຫວຽດນາມ ຈັດກອງປະຊຸມສຳມະນາ, ເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືພັດທະນາຜະລິດຕະພັນທ່ອງທ່ຽວເສັ້ນທາງລົດໄຟ “ເມືອງເກົາເຫ້ວ - ຟອງຍາ: ວິວັດແຫ່ງສິ່ງມະຫັດສະຈັນ ແລະ ມໍລະດົກໂລກ”. ທ່ານຮວ່າງຊວັນເຕິນ, ຮອງປະທານຄະນະກຳມະການປະຊາຊົນແຂວງ ກ໋ວາງຈິ ໃຫ້ຮູ້ວ່່າ:
ນະຄອນເຫ້ວ ແມ່ນສູນວັດທະນະທຳການທ່ອງທ່ຽວພົ້ນເດັ່ນ, ແມ່ນເຄື່ອງໝາຍການທ່ອງທ່ຽວທີ່ມີຊື່ສຽງຢູ່ ຫວຽດນາມກໍ່ຄືທົ່ວໂລກ. ສ່ວນສຳລັບແຂວງກ໋ວາງຈິ ກ່ຽວກັບການທ່ອງທ່ຽວປະຫວັດສາດ, ຈິດວິນຍານ, ການທ່ອງທ່ຽວກ່ຽວກັບທຳມະຊາດ. ແລະ ກວາງຈິ ມີຟອງຍາ - ແກ໋ບາງ ໂດຍ UNESCO ຢັ້ງຢືນແມ່ນມໍລະດົກທຳມະຊາດໂລກ. ດັ່ງນັ້ນການເຊື່ອມຕໍ່ມື້ນີ ແລະ ການຈັດຕັ້ງຂະບວນລົດໄຟລະຫວ່າງສອງມໍລະດົກ, ອັນໜຶ່ງແມ່ນມໍລະດົກວັດທະນະທຳ, ອັນໜຶ່ງແມ່ນມໍລະດົກທຳມະຊາດຂອງໂລກ ແມ່ນເໝາະສົມທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນເພື່ອພັດທະນາຍາວນານໃນອະນາຄົດ.
(ແຫຼ່ງຄັດຈາກ VOV)