ຂ່າວສານ

ຂະ​ບວນ​ລົດ​ໄຟທ່ອງ​ທ່ຽວ​ເຊື່ອມ​ຕໍ່​ເຫ້ວ ກັບ​ຟອງ​ຍາ ເລີ່ມ​ເຄືອນ​ໄຫວ​ແຕ່​ເດືອນ​ກັນ​ຍາ​ຈະ​ມາ​ເຖິງ

ນະ​ຄອນ​ເຫ້ວ ແມ່ນ​ສູນ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ພົ້ນ​ເດັ່ນ, ແມ່ນ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່ ຫວຽດ​ນາມ​ກໍ່​ຄື​ທົ່ວ​ໂລກ. ສ່ວນ​ສຳ​ລັບ​ແຂວງ​ກ໋​ວາງ​ຈິ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ຈິດ​ວິນ​ຍານ, ການ​ທ່ອງ​ທ່ຽວ​ກ່ຽວ​ກັບ​ທຳ​ມະ​ຊາດ.
  ພິ​ທີ​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ລະ​ຫວ່າງ ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແຂວງ ກ໋​ວາງ​ຈິງ ກັບ​ຄະ​ນະ​ກຳ​ມະ​ການປະ​ຊາ​ຊົນນະ​ຄອນ​ເຫ້ວ ແລະ ບໍ​ລິ​ສັດ​ໃຫຍ່ ເສັ້ນ​ທາງ​ລົດ​ໄຟ ຫວຽດ​ນາມ ກ່ຽວ​ກັບ​ການ​ພັດ​ທະ​ນາ ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ ເສັ້ນ​ທາງ​ລົດ​ໄຟ​ເມືອງ​ເກົ່າ​ເຫ້ວ - ຟອງ​ຍາ (ພາບ: VNA)  

ຕອນ​ບ່າຍ​ວັນ​ທີ 31 ກໍ​ລະ​ກົດ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ຈິ​ໄດ້​ປະ​ສານ​ສົມ​ທົບ​ກັບ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ ເຫ້ວ ແລະ ກຸ່ມ​ບໍ​ລິ​ສັດ​ເສັ້ນ​ທາງ​ລົດ​ໄຟ ຫວຽດ​ນາມ ຈັດ​ກອງ​ປະ​ຊຸມ​ສຳ​ມະ​ນາ, ເຊັນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມ​ມື​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ເສັ້ນ​ທາງ​ລົດ​ໄຟ “ເມືອງ​ເກົາ​ເຫ້ວ - ຟອງ​ຍາ: ວິ​ວັດ​ແຫ່ງ​ສິ່ງ​ມະ​ຫັດ​ສະ​ຈັນ ແລະ ​ມໍ​ລະ​ດົກ​ໂລກ”. ທ່ານ​ຮ​ວ່າງ​ຊວັນ​ເຕິນ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກ໋​ວາງ​ຈິ ໃຫ້​ຮູ້​ວ່່າ:

ນະ​ຄອນ​ເຫ້ວ ແມ່ນ​ສູນ​ວັດ​ທະ​ນະ​ທຳ​ການ​ທ່ອງ​ທ່ຽວ​ພົ້ນ​ເດັ່ນ, ແມ່ນ​ເຄື່ອງ​ໝາຍ​ການ​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ​ຢູ່ ຫວຽດ​ນາມ​ກໍ່​ຄື​ທົ່ວ​ໂລກ. ສ່ວນ​ສຳ​ລັບ​ແຂວງ​ກ໋​ວາງ​ຈິ ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ປະ​ຫວັດ​ສາດ, ຈິດ​ວິນ​ຍານ, ການ​ທ່ອງ​ທ່ຽວ​ກ່ຽວ​ກັບ​ທຳ​ມະ​ຊາດ. ແລະ ກວາງ​ຈິ ​ມີ​ຟອງ​ຍາ - ແກ໋​ບາງ ໂດຍ UNESCO ຢັ້ງ​ຢືນ​ແມ່ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ໂລກ. ດັ່ງ​ນັ້ນ​ການ​ເຊື່ອມ​ຕໍ່​ມື້​ນີ ແລະ ການ​ຈັດ​ຕັ້ງ​ຂະ​ບວນລົດ​ໄຟ​ລະ​ຫວ່າງ​ສອງ​ມໍ​ລະ​ດົກ, ​ອັນໜຶ່ງ​ແມ່ນ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ, ​ອັນໜຶ່ງ​ແມ່ນ​ມໍ​ລະ​ດົກ​ທຳ​ມະ​ຊາດ​ຂອງ​ໂລກ ແມ່ນ​ເໝາະ​ສົມ​ທີ່​ສຸດ ແລະ ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ພັດ​ທະ​ນາ​ຍາວ​ນານ​ໃນ​ອະ​ນາ​ຄົດ.


top