• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ປະ​ທະ​ກັນ Hamas-Israel: ສະ​ພາ​ສັນ​ຕິ​ພາບ​ປະ​ກາດ​ວິ​ວັດ​ການ 15 ຈຸດ

ກຳ​ລັງ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ສາ​ກົນ (ISF) ຈະ​ຖືກ​ຜັນ​ຂະ​ຫຍາຍ​ໂດຍ​ຊົ່ວ​ຄາວ ເພື່ອ​ໜູນ​ຊ່ວຍ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຝຶກ​ອົມ​ຮັມ​ກຳ​ລັງ​ຕຳຫຼວດ Palestine...
  (ພາບປະກອບ: ຊີນຮົວ/VNA)  

ວັນ​ທີ 31 ກໍ​ລະ​ກົດ ຕາມ​ເວ​ລ​ສ​ທ້ອງ​ຖິ່ນ, ສະ​ພາ​ສັນ​ຕິ​ພາບ (Board of Peace) ໄດ້ປະ​ກາດ​ວິ​ວັດ​ການ 15 ຈຸດ​ແນ​ໃສ່​​ຜັນຂະ​ຫຍາຍ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ຢູ່​ເຂດ Gaza, ພາຍຫຼັງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ປະ​ກາດ​ວ່າ Hamas ໄດ້​ເຫັນ​ດີ​ຕໍ່ແຜນ​ການ​ສັງ​ລວມ​ກ່ຽວ​ກັບ​ມາດ​ຕະ​ການ, ອັນ​ໄດ້​ເປີດ​ທາງ​ໃຫ້​ແກ່​ວິ​ວັດ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ ແລະ ສ້າງ​ສາ​ເຂດ​ດິນ​ແດນ​ແຫ່ງນີ້​ຄືນ​ໃໝ່. ເອ​ກະ​ສານ​ດັ່ງ​ກ່າວ​ໃຫ້​ຮູ້​ວ່າ ທຸກ​ຝ່າຍ​ຈະ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ຢ່າງ​ຄົບ​ຖ້ວນ​ແຜນ​ການ​ສັນ​ຕິ​ພາບ​ຂອງ ອາ​ເມ​ລິ​ການ ແລະ ມະ​ຕິ​ເລກ​ທີ 2803 ປີ 2025 ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.

ຕາມ​ແຜນ​ການ, ກຳ​ລັງ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ສາ​ກົນ (ISF) ຈະ​ຖືກ​ຜັນ​ຂະ​ຫຍາຍ​ໂດຍ​ຊົ່ວ​ຄາວ ເພື່ອ​ໜູນ​ຊ່ວຍ​ຮັກ​ສາ​ຄວາມ​ໝັ້ນ​ຄົງ, ຝຶກ​ອົມ​ຮັມ​ກຳ​ລັງ​ຕຳຫຼວດ Palestine, ຕິດ​ຕາມກວດ​ກາ​ການ​ແຈກ​ຢາຍ​ເງິນ​ໜູນ​ຊ່ວຍ​ມະ​ນຸດ​ສະ​ທຳ ແລະ ສົມ​ທົບ​ກັນ​ຮັບ​ປະ​ກັນ​ວິ​ວັດ​ການ​ຂ້າມ​ຜ່ານ. ກອງ​ທັບ Israel ຈະ​ຖອນ​ອອກ​ຈາກເຂດ Gaza ຕາມ​ແຕ່​ລະ​ໄລ​ຍະ, ຕິດ​ພັນ​ກັບ​ລະ​ດັບ​ຄວາມ​ໄວ​ການ​ປົດ​ອາ​ວຸດ ແລະ ເລື່ອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ຄຸ້ມ​ຄອງເຂດ Gaza (NCAG) ຮັບສິດ​ຄວມ​ຄຸມ​ໃນ​ພື້ນ​ທີ່​ຕົວ​ຈິງ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ໂຕ​ເລິມ: ການ​ທູດ​ຕ້ອງ​ຫັນ​ປ່ຽນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື​ກາຍ​ເປັນ​ໂຄງ​ການ​ລະ​ອຽດ​, ຖື​ປະ​ສິດ​ທິ​ຜົນ​ຢ່າງ​ແທ້​ຈິງ​ແມ່ນ​ໄມ້ຫຼ້າ​ວັດ​ແທກ

ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະ​ຊຸມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເນັ້ນ​ໜັກ​ວ່າ ເປັນ​ຄັ້ງ​ທຳ​ອິດກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 14 ຂອງ​ພັກ​ກຳ​ນົດ​ການ​ຕ່າງ​ປະ​ເທດ ແມ່ນ​ “ໜ້າ​ທີ່​ຈຸດ​ສຸມ, ເປັນປະ​ຈຳ”.

Top