ກຳລັງຮັກສາສະຖຽນລະພາບສາກົນ (ISF) ຈະຖືກຜັນຂະຫຍາຍໂດຍຊົ່ວຄາວ ເພື່ອໜູນຊ່ວຍຮັກສາຄວາມໝັ້ນຄົງ, ຝຶກອົມຮັມກຳລັງຕຳຫຼວດ Palestine...
ວັນທີ 31 ກໍລະກົດ ຕາມເວລສທ້ອງຖິ່ນ, ສະພາສັນຕິພາບ (Board of Peace) ໄດ້ປະກາດວິວັດການ 15 ຈຸດແນໃສ່ຜັນຂະຫຍາຍຂໍ້ຕົກລົງສັນຕິພາບຢູ່ເຂດ Gaza, ພາຍຫຼັງທີ່ທ່ານປະທານາທິບໍດີ ອາເມລິກາ Donald Trump ປະກາດວ່າ Hamas ໄດ້ເຫັນດີຕໍ່ແຜນການສັງລວມກ່ຽວກັບມາດຕະການ, ອັນໄດ້ເປີດທາງໃຫ້ແກ່ວິວັດການຢຸດຕິການປະທະກັນ ແລະ ສ້າງສາເຂດດິນແດນແຫ່ງນີ້ຄືນໃໝ່. ເອກະສານດັ່ງກ່າວໃຫ້ຮູ້ວ່າ ທຸກຝ່າຍຈະໃຫ້ຄຳໝັ້ນສັນຍາປະຕິບັດຢ່າງຄົບຖ້ວນແຜນການສັນຕິພາບຂອງ ອາເມລິການ ແລະ ມະຕິເລກທີ 2803 ປີ 2025 ຂອງສະພາຄວາມໝັ້ນຄົງ ສປຊ.
ຕາມແຜນການ, ກຳລັງຮັກສາສະຖຽນລະພາບສາກົນ (ISF) ຈະຖືກຜັນຂະຫຍາຍໂດຍຊົ່ວຄາວ ເພື່ອໜູນຊ່ວຍຮັກສາຄວາມໝັ້ນຄົງ, ຝຶກອົມຮັມກຳລັງຕຳຫຼວດ Palestine, ຕິດຕາມກວດກາການແຈກຢາຍເງິນໜູນຊ່ວຍມະນຸດສະທຳ ແລະ ສົມທົບກັນຮັບປະກັນວິວັດການຂ້າມຜ່ານ. ກອງທັບ Israel ຈະຖອນອອກຈາກເຂດ Gaza ຕາມແຕ່ລະໄລຍະ, ຕິດພັນກັບລະດັບຄວາມໄວການປົດອາວຸດ ແລະ ເລື່ອງຄະນະກຳມະການແຫ່ງຊາດຄຸ້ມຄອງເຂດ Gaza (NCAG) ຮັບສິດຄວມຄຸມໃນພື້ນທີ່ຕົວຈິງ.