ທ່ານ ເຈືອງກວັກຮືງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ແຂວງ ຮ່ານາມ ໃຫ້ຮູ້ວ່າ ເລື່ອງຈັດຕັ້ງສັບປະດາຄັ້ງນີ້ ແມ່ນໂອກາດເພື່ອກໍ່ສ້າງສາຍເຊື່ອມຕໍ່ການຄ້າ ລະຫວ່າງ ບັນດາພື້ນຖານຜະລິດ, ເຮັດທຸລະກິດ, ປຸງແຕ່ງຜະລິດຕະພັນກະເສດ, ສະບຽງອາຫານແຂວງ ຮ່ານາມ ກັບບັນດາວິສາຫະກິດ, ນັກລົງທຶນ, ຜູ້ບໍລິໂພກ ຢູ່ ຮ່າໂນ້ຍ ແລະ ບັນດາແຂວງ. ສ້າງເງື່ອນໄຂ ຊຸກຍູ້ການຜະລິດ, ເຮັດທຸລິກິດ, ດຶງດູດບັນດາຄູ່ຮ່ວມມື, ວິສາຫະກິດ, ການຮ່ວມມື, ລົງທຶນຢູ່ແຂວງ ຮ່ານາມ ແລະ ຍົກສູງເຄື່ອງໝາຍການຄ້າ ຜະລິດຕະພັນກະເສດ ແລະ ສະບຽງອາຫານ.
ເພື່ອໃຫ້ອົງການຄຸ້ມຄອງ, ຜູ້ຜະລິດ, ເຮັດທຸລະກິດ ຮັບຮູ້ໄດ້ຢ່າງລະອຽດກວ່າ ຄວາມຕ້ອງການຂອງຜູ້ບໍລິໂພກ. ຈາກນັ້ນ ຈະປັບປຸງ, ຍົກສູງຄຸນນະພາບ, ຄວາມປອດໄພດ້ານສະບຽງອາຫານ, ພັດທະນາຜະລິດຕະພັນໃໝ່, ໜູນຊ່ວຍບັນດາພື້ນຖານ, ສະຫະກອນ, ວິສາຫະກິດ ຍົກສູງຄວາມສາມາດແກ້ງແຍ້ງກັນໃນທ້ອງຕະຫຼາດ.
“ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021” ທີ່ ຮ່າໂນ້ຍ ໄດ້ມີການເຂົ້າຮ່ວມຂອງບັນດາຮ້ານວາງສະແດງຂອງແຂວງ ຮ່ານາມ, ສະແດງໃຫ້ເຫັນທ່າແຮງບົ່ມຊ້ອນ, ທ່າແຮງຂອງບັນດາຜະລິດຕະພັນ ກະເສດ ແຂວງ. ບັນດາຮ້ານແນະນຳ, ໂຄສະນາຜະລິດຕະພັນ ສະແດງໃຫ້ເຫັນຄວາມສີວິໄລການຄ້າ, ປະດັບປະດາໃຫ້ເຫັນຢ່າງຈະແຈ້ງຈຸດພິເສດຂອງຜະລິດຕະພັນຕົ້ນຕໍ່ ແລະ ຜະລິດຕະພັນ OCOP, ຜະລິດຕະພັນກະສິກຳ ເຕັກໂນໂລຊີ ລະດັບສູງຂອງແຂວງ.
ຄຽງຂ້າງນັ້ນ ຍັງມີບັນດາຮ້ານວາງສະແດງສິນຄ້າຂອງແຂວງ ຮ່ານາມ, ຍັງມີການເຂົ້າຮ່ວມຂອງບັນດາພື້ນຖານ, ສະຫະກອນ, ວິສາຫະກິດທີ່ຜະລິດ, ເຮັດທຸລະກິດໃນຂົງເຂດກະສິກຳ ບັນດາແຂວງ, ນະຄອນທີ່ໃກ້ຄຽງຄື: ຕວຽນກວາງ, ເຊີນລາ, ຮວ່າບິ່ງ, ຮ່າໂນ້ຍ...
ຜະລິດຕະພັນຈຳນວນໜຶ່ງທີ່ “ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ແຂວງ ຮ່ານາມ ປີ 2021”:
|
ທ່ານນາງ ເຈີ່ນແທງຖຸຍ, ຜູ້ຕາງໜ້າບໍລິສັດຫຸ້ນສ່ວນ MD Queens ໃຫ້ຮູ້ວ່າ: “ຜະລິດຕະພັນ ຊາ ສ້າແດນ ຂອງພວກຂ້າພະເຈົ້າ ບັນລຸໄດ້ລາງວັນ OCOP 4 ດາວຂອງນະຄອນ ຮ່າໂນ້ຍ ແຕ່ຍ້ອນໄດ້ຮັບຜົນກະທົບຈາກ ໂຄວິດ-19, ສະນັ້ນ ການຈຳໜ່າຍສິນຄ້າໃຫ້ແກ່ຜູ້ບໍລິໂພກ ແມ່ນສຸດທີ່ຫຍຸ້ງຍາກ. ເພາະສະນັ້ນ, ຜ່ານການເຂົ້າຮ່ວມແຜນການຄັ້ງນີ້ ແມ່ນກໍ່ຢາກເຮັດໃຫ້ຜູ້ບໍລິໂພກ ໄດ້ຮູ້ເຖິງຜະລິດຕະພັນດັ່ງກ່າວ ຫຼາຍກວ່າ”.
ທ່ານ ເຈືອງກວັກຮືງ-ຫົວໜ້າກົມຄຸ້ມຄອງຄຸນນະພາບ ຜະລິດຕະພັນກະເສດ, ເຄື່ອງປ່າ ແລະ ສິນໃນນຳ້ ແຂວງ ຮ່ານາມ ໃຫ້ຮູ້ວ່າ ຮ່ານາມ ແລະ ຮ່າໂນ້ຍ ເປັນສອງແຂວງ ທີ່ໃກ້ກັນ, ສະນັ້ນ ຫວັງວ່າ ເວລາຈະມາເຖິງ, ນະຄອນ ຮ່າໂນ້ຍ ຈະຈັດຕັ້ງບັນດາ ສັບປະດາແນະນຳ ບັນດາຜະລິດຕະພັນກະເສດ, ຜະລິດຕະພັນພິເສດ ແລະ ບັນດາຜະລິດຕະພັນ OCOP ເພື່ອໃຫ້ ຮ່ານາມ ມີໂອກາດໂຄສະນາຜະລິດຕະພັນທ້ອງຖິ່ນ ມາຍັງຊາວນະຄອນຫຼວງ.