• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

Petrovietnam: ຈຸດແສງສະຫວ່າງດ້ານເສດຖະກິດໃນ 6 ເດືອນຕົ້ນປີ 2021

ກຸ່ມບໍລິສັດນຳ້ມັນ ອາຍແກັສ ຫວຽດນາມ (Petrovietnam) ຫາກໍ່ຈັດຕັ້ງການລວມມອບວຽກທາງອອນລາຍຕາມການກຳນົດເວລາ ກັບການນຳບັນຫາຫົວໜ່ວຍສະມາຊິກ ເພື່ອຕີລາຄາຜົນງານ ການຜະລິດ, ເຮັດທຸລະກິດ ໃນ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍ ໜ້າທີ່ການງານໃນ 6 ເດືອນທ້າຍປີ 2021. 
ເຂົ້າຮ່ວມລວມມີປະທານສະພາບໍລິຫານ Petrovietnam ຮວ່າງ ກວັກເວື້ອງ, ຜູ້ອຳນວຍການໃຫຍ່ ເລແມ້ງຮຸ່ງ ແລະ ບັນດາ ກຳມະການປະຈຳຄະນະພັກ, ຮອງອຳນວຍການໃຫຍ່, ການນຳ ບັນດາຄະນະ, ຫ້ອງການ ແລະ ບັນດາພະນັກງານຂອງ Petrovietnam ທີ່ເຮັດວຽກໃນທົ່ວປະເທດ.
 
ປະຕິບັດເປົ້າໝາຍຄູ່ເປັນຢ່າງດີ, ບັນລຸຜົນງານຢ່່າງຮອບດ້ານ
ໃນ 6 ເດືອນຕົ້ນປີ 2021, ດ້ວຍການຊຸກຍູ້ຍຸດທະນາການ ສັກວັກຊີນ ດ້ວຍຂະໜາດໃຫຍ່ ແລະ ປະຕິບັດບັນດາກ້ອນເງິນກກະຕຸກຊຸກຍູ້ເສດຖະກິດ, ບັນດາພື້ນຖານເສດຖະກິດຄື: ສ ອາເມລິກາ, ສປ ຈີນ ແລະ EU  ໄດ້ມີການຟື້ນຟູເສດຖະກິດຢ່າງແຂງແຮງ. ແຕ່ ເສດຖະກິດໂລກ ພວມປະເຊີນໜ້າ ກັບສິ່ງທ້າທາຍຫຼາຍຢ່າງ, ພິເສດແມ່ນບັນດາບັນຫາດ້ານການເງິນ, ໜິ້ສິນ, ເງິນເຟີ້ ແລະ ການຟື້ນຟູ ມີການແບ່ງແຍກຢ່າງຈະແຈ້ງ ຂຶ້ນກັບຄວາມຄືບໜ້າຂອງການສັກ ວັກຊີນ.
 
ຢູ່ ຫວຽດນາມ, 6 ເດືອນຕົ້ນປີ 2021 ຕ້ອງປະເຊີນໜ້າກັບການແຜ່ລະບາດເຊື້ອ ໂຄວິດ-19 ມາເປັນ 2 ຄັ້ງ. ໃນນັ້ນ ການແຜ່ລະບາດເຊື້ອ ໂຄວິດ-19 ຄັ້ງທີ 4 ພວມໄຂຂຶ້ນຢ່າງສັບສົນ, ລະບາດອອກໄປສູ່ຫຼາຍແຂວງ, ນະຄອນໃນທົ່ວປະເທດ, ພິເສດແມ່ນຢູ່ນະຄອນ ໂຮ່ຈີມິນ, ບັນດາແຂວງພາກໃຕ້, ສ້າງຜົນສະທ້ອນຢ່າງໜັກໜ່ວງ ເຖິງການເຄື່ອນໄຫວ ຜະລິດ, ເຮັດທຸລະກິດ, ການຈຳໜ່າຍຜະລິດຕະພັນ... ຂອງພື້ນຖານເສດຖະກິດ. ຕົວເລກຂະຫຍາຍຕົວດ້ານ​ເສດຖະກິດ ໃນ 6 ເດືອນທ້າຍປີ 2021 ອາດຈະຂຶ້ນກັບການຄວບຄຸມການແຜ່ລະບາດເຊື້ອ ໂຄວິດ-19.
 
ໃນສະພາບການດັ່ງກ່າວ, ດ້ວຍການຄວບຄຸມເປັນຢ່າງດີວຽກງານປ້ອງກັນ ແລະ ຕ້ານ ໂຄວິດ-19, ເສີມຂະຫຍາຍປະສົບການໃນການບໍລິຫານ, ສວຍໂອກາດຈາກການຟື້ນຟູຂອງເສດຖະກິດ ໂລກ ແລະ ຄ່າ ນຳ້ມັນ ດີ, Petrovietnam ໄດ້ໃກ້ຊິດຕິດແທດກັບແຜນການ, ການປ່ຽນແປງຢູ່ຕະຫຼາດ, ສຳເລັດສ່ວນຫຼາຍບັນດາເປົ້າໝາຍ ແລະ ໜ້າທີ່ຕົ້ນຕໍທີ່ໄດ້ມອບໃຫ້. ໃນນັ້ນ ເປົ້າໝາຍຂຸດຄົ້ນນຳ້ມັນ 6 ເດືອນຕົ້ນປີ ໄດ້ສຳເລັດໃນເດືອນ ພຶດສະພາ 2021. 6 ເດືອນຕົ້ນປີ, ປະລິມານນຳ້ມັນດິບ condensate ເກີນຂາດໝາຍ 15%, ປະກອບສ່ວນສຳເລັດເປົ້າໝາຍຂຸດຄົ້ນນຳ້ມັນ 6 ເດືອນຕົ້ນປີບັນລຸໄດ້ 9,68 ລ້ານໂຕນ. ວຽກງານຜະລິດ ນຳ້ມັນ ອາຍແກັສ, ຝຸ່ນອາຊົດ ກໍ່ເກີນຂາດໝາຍທີ່ໄດ້ມອບໃຫ້. 


ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ກ່າວປາໄສທີ່ກອງປະຊຸມ


ປະທານສະພາບໍລິຫານ Petrovietnam ຮວ່າງກວັກເວື້ອງ ພ້ອມກັບບັນດາການນຳກຸ່ມບໍລິສັດ ໃນກອງປະຊຸມ


ກອງປະຊຸມທາງອອນລາຍ ກັບ 13 ຈຸດໃນທ່ົວປະເທດ

ບັນດາເປົ້າໝາຍດ້ານການເງິນ ໄດ້ສຳເລັດເກີນຂາດໝາຍ ແລະ ມີຕົວເລກຂະຫຍາຍຕົວສູງ ເມື່ອທຽບກັບໄລຍະດຽວກັນຂອງປີ 2020. ໃນ 6 ເດືອນຕົ້ນປີ 2021, ຍອດລາຍຮັບຂອງ ​ Petrovietnam ບັນລຸໄດ້ 299.300 ຕື້ດົ່ງ, ເກີນ 20% ຕາມແຜນການທີ່ວາງອອກໃນ 6 ເດືອນ, ເພີ່ມ 22% ເມື່ອທຽບກັບໄລຍະດຽວກັນຂອງປີ 2020; ປະກອບສ່ວນ 45.200 ຕື້ດົ່ງໃຫ້ແກ່ ງົບປະມານແຫ່ງລັດ, ເກີນ 42% ຕາມແຜນການທີ່ວາງອອກໃນ 6 ເດືອນ, ເພີ່ມ 33% ເມື່ອທຽບກັບໄລຍະດຽວກັນຂອງປີ 2020; ບັນລຸໄດ້ກຳໄລ 21.300 ຕື້ດົ່ງ, ເກີນ 165% ຕາມແຜນການທີ່ວາງອອກໃນ 6 ເດືອນ, ເພີ່ມທົບ 3 ເທື່ອ ເມື່ອທຽບກັບໄລຍະ ດຽວກັນຂອງປີ 2020.
 
Petrovietnam ມີຄວາມພະຍາຍາມໃນການລົງທຶນ, ແກ້ໄຂ ຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງທີ່ບັນດາໂຄງການຢ່າງເທື່ອລະກ້າວ; ຊຸກຍູ້ກໍ່ສ້າງບັນດາລະບົບສະໜອງຜະລິດຕະພັນ ແນໃສ່ເພີ່ມທະວີການສົມທົບ, ແບ່ງປັນ ແລະ ໝູນໃຊ້ຈົນສຸດຄວາມສາມາດ ບັນດາ ທ່າແຮງ, ແຫຼ່ງກຳລັງຂອງບັນດາຫົວໜ່ວຍໃນກຸ່ມບໍລິສັດ ເພື່ອຍົກສູງຜົນງານການເຄື່ອນໄຫວ (ເຖິງທ້າຍເດືອນ ມິຖຸນາ 2021, Petrovietnam ຜັນຂະຫຍາຍໄດ້ 19 ລະບົບສະໜອງ ຜະລິດຕະພັນ). ວຽກງານຍົກສູງຜົນງານການຜະລິດ, ຫຼຸດຜ່ອນ ຄ່າໃຊ້ຈ່າຍ ໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ. ລວມລາຍຈ່າຍ ຫຼຸດກວ່າ 1.691 ຕື້ດົ່ງ, ເທົ່າດ້ວຍ 62% ແຜນການຫຼຸດຜ່ອນຄ່າ ໃຊ້ຈ່າຍຂອງປີ 2021, ປະກອບສ່ວນຢ່າງສຳຄັນ ເຂົ້າໃນຜົນງານການຜະລິດ, ເຮັດທຸລະກິດຂອງ Petrovietnam.
 
ວຽກງານປ້ອງກັນ ແລະ ຕ້ານ ໂຄວິດ-19 ໄດ້ປະຕິບັດ ຢ່າງ ຄົບຊຸດ, ມີປະສິດທິພາບໃນກຸ່ມບໍລິສັດ. ບັນດາໜ່ວຍງານໃນກຸ່ມບໍລິສັດ ຮັກສາການເຄື່ອນໄຫວຜະລິດ, ເຮັດທຸລະກິດ ຢ່າງໝັ້ນຄົງ, ຄວບຄຸມໄດ້ຈຳນວນສິນຄ້າທີ່ຄ້າງໄວ້ໃນສາງ, ວຽກງານປ້ອງກັນ ແລະ ຕ້ານ ໂຄວິດ-19 ໄດ້ປະຕິບັດຢ່າງ ເຄັ່ງຄັດ, ຮັບປະກັນຄວາມປອດໄພເດັດຂາດ, ບໍ່ເຮັດໃຫ້ຍຸດການເຄື່ອນໄຫວຜະລິດ, ເຮັດທຸລະກິດ. ຕອບສະໜອງໃຫ້ແກ່ຄວາມຮັກຮ້ອງຂອງລັດຖະບານ, ເຖິງປັດຈຸບັນ Petrovietnam ໄດ້ປະກອບສ່ວນກວ່າ 500 ຕື້ໂດລາສະຫະລັດ ໃຫ້ແກ່ກອງທຶນ ວັກຊີນ ປ້ອງກັນ ແລະ ຕ້ານ ໂຄວິດ-19 ແລະ ສະໜັບສະໜູນ ວຽກງານປ້ອງກັນ ແລະ ຕ້ານ ໂຄວິດ-19 ຢູ່ບັນດາທ້ອງຖິ່ນໃນທົ່ວປະເທດ. Petrovietnam ກໍ່ຜັນຂະຫຍາຍການສັກ ວັກຊີນ ປ້ອງກັນ ແລະ ຕ້ານ ໂຄວິດ-19 ໃຫ້ພະນັກງານ ແລະ ກຳມະກອນເກືອບ 10.000 ຄົນຢ່າງປອດໄພ.
 
ຮັກສາຄວາມສາມັກຄີ, ສືບຕໍ່ພະຍາຍາມໃນການປະຕິບັດໜ້າທີ່ 6 ເດືອນທ້າຍປີ
ກ່າວຄຳຊີ້ນຳ, ປະທານສະພາບໍລິຫານ Petrovietnam ຫວ່າງກວັກເວື້ອງ ຮັບຮອງເອົາຄວາມມານະພະຍາຍາມຂອງບັນດາຫົວໜ່ວຍຂຶ້ນກັບກຸ່ມບໍລິສັດ ໃນ 6 ເດືອນຕົ້ນປີ.  ກ່ຽວກັບ ບັນດາສິ່ງທ້າທາຍຢູ່ຕໍ່ໜ້າ, ພິເສດແມ່ນໂລກລະບາດ ໂຄວິດ-19 ຢູ່ພາຍໃນ ພວມຜັນແປຢ່າງສັບສົນ, ລາຄານຳ້ມັນ ມີການ ປ່ຽນແປງ, ທ່ານ ຫວ່າງກວັກເວື້ອງ ຮຽກຮ້ອງໃຫ້ບັນຫາຫົວໜ່ວຍ ສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພະຍາຍາມເພື່ອສຳເລັດແຜນການຂອງປີ 2021. ທ່ານ ຫວ່າງກວັກເວື້ອງ ໄດ້ເນັ້ນໜັກ ຄືແນວນີ້: “ໃນໄລຍະຫຍຸ້ງຍາກຄືປັດຈຸບັນ, ບັນດາຫົວໜ່ວຍ ຕ້ອງຮັກສາຄວາມສາມັກຄີ, ພິເສດແມ່ນບັນດາຫົວໜ່ວຍນອນ ໃນລະບົບສະໜອງຜະລິດຕະພັນ ຕ້ອງສ້າງເງື່ອນໄຂອຳນວຍ ຄວາມສະດວກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອສຳເລັດ ແຜນການທີ່ໄດ້ມອບໃຫ້”.


ພະນັກງານຂອງ Petrovietnam


ກຳມະກອນຂຸດຄົ້ນນຳ້ມັນ ອາຍແກັສ

ສະຫຼຸບການລວມມອບວຽກ, ຜູ້ອຳນວຍການໃຫຍ່ Petrovietnam ເລແມ້ງຮຸ່ງ ໄດ້ຕີລາຄາສູງ ຜົນງານການເຄື່ອນ ໄຫວຜະລິດ, ເຮັດທຸລະກິດຂອງກຸ່ມບໍລິສັດ ໃນ 6 ເດືອນຕົ້ນປີ, ເຖິງວ່າ ຍັງໄດ້ຮັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ຍ້ອນຜົນສະທ້ອນຈາກ ໂຄວິດ-19, ກໍ່ຄືຄວາມຫຍຸ້ງຍາກໃນດ້ານວຽກເຮັດ, ຕະຫຼາດຈຳໜ່າຍ, ຄ່າໃຊ້ຈ່າຍຕ່າງໆ ເພີ່ມສູງຂຶ້ນ... ແຕ່ດ້ວຍຄວາມພະຍາຍາມຢ່າງຍິ່ງໃຫຍ່ຂອງກຸ່ມບໍລິສັດຜ່ານບັນດາມາດຕະການທີ່ມີປະສິດທິຜົນ, Petrovietnam ສຳເລັດ ບັນດາແຜນການທີ່ໄດ້ມອບໃຫ້ ຢ່າງຮອບດ້ານ, ພິເສດກ່ຽວກັບຄາດໝາຍຂະຫຍາຍຕົວດ້ານການເງິນ.
 
ເພື່ອສືບຕໍ່ສຳເລັດໜ້າທີ່ຂອງ 6 ເດືອນຕົ້ນປີ ແລະ ປີ 2021 ເປັນຢ່າງດີ, ທ່ານ ເລແມ້ງຮຸ່ງ ໄດ້ຊີ້ນຳໜ້າສຳຄັນຈຳນວນໜຶ່ງ ແມ່ນ: ສືບຕໍ່ອັບເດດ, ເພີ່ມທະວີວຽກງານຄາດຄະເນກ່ຽວກັບ ສະພາບການເສດຖະກິດມະຫາພາກ, ທ້ອງຕະຫຼາດເພື່ອຮູບຮູ້ ຄວາມສ່ຽງ, ອັບເດດມາດຕະການໃນການບໍລິຫານ ການ ເຄື່ອນໄຫວຜະລິດ, ເຮັດທຸລະກິດ; ຜັນຂະຫຍາຍຢ່າງຄົບຊຸດບັນດາມາດຕະການຄວບຄຸມການແຜ່ລະບາດເຊື້ອ ໂຄວິດ-19, ຍູ້ແຮງການສົມທົບ, ຊອກຫາແຫຼ່ງ ວັກຊີນ ເພື່ອສັກໃຫ້ພະນັກງານໃນກຸ່ມບໍລິສັດ ເພື່ອເປົ້າໝາຍຮັກສາຄວາມປອດໄພໃຫ້ຜູ້ອອກແຮງງານ, ຄວາມປອດໄພໃນການຜະລິດ, ເຮັດທຸລະກິດ; ຍູ້ແຮງການເປີດກວ້າງຕະຫຼາດ ອາຍແກັສ, ບັນດາຜະລິດຕະພັນ ກັ່ນຕອງນຳ້ມັນ, ກໍ່ຄືບັນດາຜະລິດຕະພັນຕ່າງໆ; ສືບຕໍ່ຍົກສູງ ວຽກງານບໍລິຫານ, ຊຸກຍູ້ການແກ້ໄຂບັນດາຂໍ້ຄົງຄ້າງຢູ່ບັນດາ ອົງການຄຸ້ມຄອງແຫ່ງລັດ ຕໍ່ການເຄື່ອນໄຫວຜະລິດ, ເຮັດທຸລະກິດຂອງກຸ່ມບໍລິສັດ, ໄປຄຽງຄູ່ກັນກັບການເພີ່ມທະວີ ແກ້ໄຂຄວາມ ຫຍຸ້ງຍາກໃຫ້ແກ່ບັນດາຫົວໜ່າຍ; ສືບຕໍ່ຍູ້ແຮງການລົງທຶນ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການຜະລິດ, ເຄື່ອນໄຫວເຮັດທຸລະກິດ...
ປະຕິບັດ: ຈິ້ງໂປ້

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top