ມີດສໄຊງ່ອນ (Miss Saigon), ເປັນຍີ່ຫໍ້ນ້ຳຫອມທີ່ມີຊື່ສຽງຂອງບໍລິສັດຫຸ້ນສ່ວນເຄື່ອງສຳອາງ ໄຊງ່ອນ (SCC) ໃນຮູບຊົງ ອ້າວຢ່າຍ (ຊຸດອາພອນປະຈຳຊາດຂອງຂາວ ຫວຽດນາມ) ແລະ ຖືກຸບໃບມູນເຊື້ອຂອງແມ່ຍິງ ຫວຽດນາມ ພວມໄດ້ຮັບຄວາມນິຍົມຊົມຊອບຈາກລູກຄ້າທັງພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ດ້ວຍກິ່ນຫອມອ່ອນ ແລະ ຊັກຊວນດຶງດູດໃຈ, Miss Saigon ປາດຖະໜາຢາກຈະຈໍລະຈອນສັນຍະລັກທີ່ສວຍສົດງົດງາມດັ່ງກ່າວຂອງ ຫວຽດນາມ ໄປຍັງທຸກໆ ປະເທດໃນໂລກ.
ຕົ້ນກຳເນີດຂອງ ບໍລິສັດ SCC ແມ່ນມາຈາກຍີ່ຫໍ້ນ້ຳຫອມ Imortel, ໄດ້ຖືກນຳມາຈຳໜ່າຍ ຢູ່ໄຊງ່ອນ ກ່ອນປີ 1975. ຫຼັງປີ 1975, Imortel ໄດ້ຫັນ ປ່ຽນເປັນໜ່ວຍການຜະລິດເຄື່ອງສຳອາງ ເລກ II, ຫຼັງຈາກນັ້ນ ໄດ້ກາຍເປັນໂຮງງານຜະລິດເຄື່ອງສຳອາງ ເລກ II, ຮອດປີ 1990 ເປັນໂຮງງານຜະລິດເຄື່ອງສຳອາງ ໄຊງ່ອນ . ປີ 1999, ໂຮງງານດັ່ງກ່າວໄດ້ຫັນເປັນຫຸ້ນສ່ວນ ແລະໄດ້ມີຊື່ເອີ້ນຄືດັ່ງປະຈຸບັນນີ້. ປະຈຸບັນ SCC ເປັນບໍລິສັດຜະລິດ, ຈຳໜ່າຍນ້ຳຫອມ ແລະ ເຄື່ອງສຳອາງໃນອັນດັບແຖວໜ້າຢູ່ ຫວຽດນາມ.
ດ້ວຍຄວາມມຸ່ງຫວັງຢາກເຊີດຊູຄວາມງາມຂອງແມ່ຍິງ ຫວຽດນາມ, SCC ມີຄວາມນຶກຄິດຈະປະດິດອອກນ້ຳຫອມຊະນິດທີ່ມີລັກສະນະສະເພາະເພື່ອໃຫ້ຊາວໂລກສາມາດຮັບຮູ້ໄດ້ງ່າຍ ແລະ ຍາກທີ່ຈະລືມນ້ຳຫອມຂອງ ຫວຽດນາມ ໄປໄດ້. ຫຼັງຈາກມີການຊອກຮູ້ກ່ຽວກັບຂະແໜງຜະລິດນ້ຳຫອມຂອງບັນດາປະເທດພັດທະນາ ແລະ ຈາກຫຼາຍຍີ່ຫໍ້ນ້ຳຫອມທີ່ມີຊື່ສຽງໃນໂລກຄື: Chanel, Lancôme... SCC ໄດ້ປະດິດອອກນ້ຳຫອມທີ່ເປັນຍີ່ຫໍ້ Miss Saigon ດ້ວຍກິ່ນຫອມທີ່ຊັກຊວນດຶງດູດໃຈ, ກີ່ນຫອມອ່ອນໆ ແລະ ເຕັມໄປດ້ວຍຄຸນລັກສະນະຂອງແມ່ຍິງ. ຍິ່ງກວ່ານັ້ນ, SCC ຍັງມີການສົມທົບກັບບໍລິສັດຜະລິດເຄື່ອງປັ້ນດິນເຜົາ ມິນລອງ ອອກແບບແກ້ວບັນຈຸນ້ຳຫອມ 3 ແບບທີ່ເປັນຮູບຊົງແມ່ຍິງ ຫວຽດນາມ ຂອງສາມພາກຄື: ພາກເໜືອ-ພາກກາງ-ພາກໃຕ້. ນັ້ນຄືແກ້ວນ້ຳຫອມທີ່ມີຮູບຊົງນາງສາວ ນຸ່ງຊຸດ ຕື້ເທີນ (ເສື້ອຂອງແມ່ຍິງພາກເໜືອ ຫວຽດນາມ ໃນສະໄໝກ່ອນ), ຖືກຸບ ກວາຍທາວ, ເປັນສັນຍະລັກຂອງແມ່ຍິງພາກເໜືອ. ແກ້ວນ້ຳຫອມມີຮູບຊົງນາງສາວ ເຫວ້ ນຸ່ງ ອ໋າວຢ່າຍ, ຖືໝວກວົງແຫວນ, ເປັນສັນຍະລັກຂອງແມ່ຍິງພາກກາງ ແລະ ແກ້ວນ້ຳຫອມມີຮູບຊົງນາງສາວນຸ່ງຊຸດ ອ້າວຢ່າຍ, ຖືກຸບ, ເປັນສັນຍະລັກຂອງແມ່ຍິງພາກໃຕ້. ກິ່ມຫອມທີ່ຊັກຊວນດຶງດູດໃຈ ພ້ອມກັບຮູບພາບແມ່ຍິງ ຫວຽດນາມ ສວຍສົດງົດງາມໃນຊຸດ ອ໋າວຢ່າຍ ປະຈຳຊາດນັ້ນ ໄດ້ເຮັດໃຫ້ນັກທ່ອງທ່ຽວສາກົນຫຼາຍຄົນ ຮູ້ສຶກປະທັບໃຈ ເມື່ອໄດ້ມາຫວຽດນາມ.

ເຄື່ອງໝາຍການຄ້າ Miss Saigon ຕິດພັນກັບຮູບພາບນາງສາວ ຫວຽດນາມ ທີ່ສວຍງາມ ແລະ
ກິ່ນຫອມອ່ອນໆທີ່ເຕັມໄປດ້ວຍຄຸນລັກສະນະຂອງແມ່ຍິງ. ພາບ: ດັ້ງກິມເຟືອງ/VNP

Miss Saigon ສ້າງຊື່ສຽງດ້ວຍແກ້ວນ້ຳຫອມທີ່ມີຮູບຊົງນາງສາວ ຫວຽດນາມ
ໃນຊຸດອາພອນປະຈຳຊາດ. ພາບ: ດັ້ງກິມເຟືອງ /VNP

Miss Saigon ສຳເລັດການກໍ່ສ້າງເຄື່ອງໝາຍການຄ້າຂອງຕົນ
ຈາກຮູບພາບທີ່ສວຍງາມຂອງແມ່ຍິງ ຫວຽດນາມ. ພາບ: ດັ້ງກິມເຟືອງ/VNP

Miss Saigon ໄດ້ຖືເປັນຄວາມງາມແບບທັນສະໄໝ, ຫລຸຫລາ ແລະ
ກໍ່ເຕັມໄປດ້ວຍຄຸນລັກສະນະຂອງຊາວ ຫວຽດນາມ. ພາບ: ດັ້ງກິມເຟືອງ/VNP

ຈຸດພິເສດ ແລະ ຄວາມລະອຽດຂອງ Miss Saigon ໄດ້ເຮັດໃຫ້ນັກທ່ອງທ່ຽວສາກົນຫຼາຍຄົນ
ຮູ້ສຶກປະທັບໃຈເມື່ອມາເຖິງຫວຽດນາມ. ພາບ: ດັ້ງກິມເຟືອງ/VNP

ທ່ານນາງ ຫງວຽນທິແທງຖາວ, ຜູ້ອຳນວຍການ ລົງທຶນຂອງ
ບໍລິສັດຫຸ້ນສ່ວນເຄື່ອງສຳອາງ ໄຊງ່ອນ. ພາບ: ດັ້ງກິມເຟືອງ/VNP

ເພື່ອໃຫ້ມີແກ້ວນ້ຳຫອມທີ່ດີທີຊຸດ, SCC ມີການຄວບຄຸມຂັ້ນຕອນ
ການຜະລິດຢ່າງເຄັ່ງຄັດ. ພາບ: ດັ້ງກິມເຟືອງ/VNP

ຄວາມສວຍງາມຂອງແກ້ວນ້ຳຫອມໃນຕ່ອງໂສ້ການຜະລິດ. ພາບ: ດັ້ງກິມເຟືອງ/VNP

ນ້ຳຫອມແຕ່ລະແກ້ວໄດ້ຮັບການຄວບຄຸມ ແລະ ກວດກາຢ່າງ ລະອຽດ ກ່ອນທີ່ເຖິງມືລູກຄ້າ. ພາບ: ດັ້ງກິມເຟືອງ/VNP

ຈາກນັ້ນ, ນ້ຳຫອມ Miss Saigon ໄດ້ສົ່ງອອກໄປສູ່ກວ່າ 20 ປະເທດໃນ ໂລກ. ພາບ: ດັ້ງກິມເຟືອງ/VNP |
ຕົ້ນປີ 2004, SCC ໄດ້ເປີດການເຄື່ອນໄຫວໃນໂຮງງານຫຼັງໃໝ່ ຜະລິດນ້ຳຫອມດ້ວຍເຕັກໂນໂລຢີທີ່ທັນສະໄໝ, ຄົບວົງຈອນຕາມມາດຕະຖານສາກົນ ທີ່ເຂດອຸດສາຫະກຳ ກາດລາຍ, ຄຸ້ມ 2, ນະຄອນ ໂຮ່ຈີມິນ. ຢູ່ທີ່ນີ້, ບັນດາຂັ້ນຕອນການຜະລິດນ້ຳຫອມ Miss Saigon ໄດ້ປະຕິບັດຕາມກົດມາດຕະຖານຢ່າງ ເຄັ່ງຄັດ ເພື່ອຜະລິດນ້ຳຫອມໃຫ້ດີທີ່ສຸດ.
ເພື່ອຕອບສະໜອງໃຫ້ໄດ້ຕາມຄວາມຕ້ອງການຂອງຕະຫຼາດ, SCC ໄດ້ຜະລິດນ້ຳຫອມອອກມາຫຼາຍຊະນິດທີ່ຖືຍີ່ຫໍ້ Miss Saigon ຄື: Miss Saigon Elegance (N5), Miss Vietnam - Hanoi (N33), Miss Vietnam - Saigon Elegance (N31), Miss Vietnam - Hue (N32)… ດ້ວຍລາຄາແຕ່ 350.000 ດົ່ງ ເຖິງ 2,5 ລ້ານດົ່ງ ຂຶ້ນກັບຜະລິດຕະພັນ.
ຄຽງຄູ່ກັນນັ້ນ, ເພື່ອເຮັດໃຫ້ໂລກຮູ້ຈັກເຄື່ອງໝາຍການຄ້າ Miss Saigon ຫຼາຍກວ່າເກົ່າ, SCC ໄດ້ຍູ້ແຮງການເຄື່ອນໄຫວໂຄສະນາເຄື່ອງໝາຍການຄ້າຂອງຕົນ, ຊອກຫາຄູ່ຮ່ວມມື, ຊ່ວຍເຫຼືອຜູ້ຊົມໃຊ້ໂດຍຜ່ານການເຂົ້າງານຕະຫຼາດນັດ, ງານວາງສະແດງ ແລະ ການເດີນທາງໄປສົ່ງເສີມການຄ້າຢູ່ພາຍໃນ ແລະ ຕ່າງປະເທດ. ນອກຈາກນັ້ນ, ທາງບໍລິສັດຍັງໄດ້ສ້າງລະບົບຈັດຈຳໜ່າຍສິນຄ້າໂດຍມີຮ້ານຈຳໜ່າຍເກືອບ 500 ກວ່າແຫ່ງຢູ່ 61 ແຂວງໃນທົ່ວປະເທດ, ສະໜອງຜະລິດຕະພັນຂອງຕົນຈຳຫນ່າຍໃນບັນດາຮ້ານຊັບພະສິນຄ້າໃຫຍ່ໆໃນທົ່ວປະເທດຄື: Coopmart, Maximart, Big C ແລະ ອື່ນໆ.
ປະຈຸບັນ, ຜະລິດຕະພັນຂອງບໍລິສັດ SCC ໄດ້ມີໜ້າຢູ່ກວ່າ 20 ປະເທດໃນໂລກຄື: ອາເມລິກາ, ຈີນ, ຍີ່ປຸ່ນ, ຣັດເຊຍ, ອົສຕາລີ…ປີ 2006, ນ້ຳຫອມ Miss Saigon ໄດ້ຖືກຄັດເລືອກເອົາເປັນເຄື່ອງຂອງຂັວນເພື່ອມອບໃຫ້ບັນດາທ່ານປະມຸກລັດ ແລະ ພັນລະຍາ ໃນເວລາມາເຂົ້າຮ່ວມກອງປະຊຸມຂັ້ນສູງ APEC ປີ2006 ທີ່ນະຄອນຫຼວງ ຮ່າໂນ້ຍ. ປີ 2007, ນ້ຳຫອມ Miss Saigon ໄດ້ຮັບກຽດຮັບລາງວັນ WIPO ຈາກອົງການກຳມະສິດປັນຍາໂລກຂອງສະຫະປະຊາຊາດ.
ບໍລິສັດຫຸ້ນສ່ວນເຄື່ອງສຳອາງ ໄຊງ່ອນ
(Saigon Cosmetics Corporation)
ສຳນັກງານໃຫຍ່ຕັ້ງຢູ່: 930 ຫງວຽນທິດິງ, ເຂດອຸດສາຫະກຳ ກາດລາຍ (ເຂດ II), ບ້ານ ແທກໝີ໋ເລີ້ຍ, ຄູ້ມ 2, ນະຄອນໂຮ່ຈີມິນ.
ເບີໂທ: (84.8) 3 742 1104
ແຟັກ: (84.8) 3 742 1100
ອີເມວ: export@saigoncosmetics.com
ເວັບໄຊ: http://www.saigoncosmetics.com/
|
ບົດ: ຫງວຽນແອ໋ງ - ພາບ: ດັ້ງກິມເຟືອງ