• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Interpol ກ່າວເຕືອນວ່າ ອາດຊະຍາກຳກ່ຽວຂ້ອງເຖິງວັກຊິນກັນພະຍາດໂຄວິດ - 19 ຈະເພີ່ມຂຶ້ນຢ່າງແຮງ

      ເລື່ອງ ວັກຊິນ ກຳລັງຖືກນຳເຂົ້ານຳໃຊ້ນັ້ນ, ອາດຊະຍາກຳຈະເພີ່ມຂຶ້ນຢ່າງແຮງ.

ວັກຊິນກັນພະຍາດໂຄວິດ - 19 ຂອງ Pfizer/BioNTech (ພາບ:  AFP/TTXVN)
      ວັນທີ 21 ທັນວາ, ທ່ານ Juergen Stock ເລຂາທິການໃຫຍ່ ອົງການຕຳຫຼວດອາຍາສາກົນ (Interpol) ໄດ້ກ່າວເຕືອນກ່ຽວກັບການເພີ່ມຂຶ້ນຢ່າງແຮງຂອງອາດຊະຍາກຳ, ໃນນັ້ນມີ ອາດຊະຍາກຳທີ່ກ່ຽວຂ້ອງເຖິງ ວັກຊິນກັນພະຍາດໂຄວິດ - 19. ທ່ານ Stock ຖືວ່າ: ເລື່ອງ ວັກຊິນ ກຳລັງຖືກນຳເຂົ້ານຳໃຊ້ນັ້ນ, ອາດຊະຍາກຳຈະເພີ່ມຂຶ້ນຢ່າງແຮງ.
        ໃນສະພາບການທີ່ບັນດາປະເທດໃນໂລກ ເລີ່ມຜັນຂະຫຍາຍການເຄື່ອນໄຫວທີ່ກ່ຽວຂ້ອງເຖິງການສັກວັກຊິນ ກັນພະຍາດໂຄວິດ - 19 ໃນວົງກວ້າງ, ນັກຊ່ຽວຊານຫຼາຍທ່ານ, ບັນດາອົງການຈັດຕັ້ງສາກົນ ໄດ້ກ່າວເຕືອນກ່ຽວກັບເລື່ອງ ມີບັນດາກຸ່ມອາດຊະຍາກຳ ອາດຈະຂາຍວັກຊິນປອມ ຫຼື ລັກເອົາແຫຼ່ງສະໜອງວັກຊິນດັ່ງກ່າວ. ຕົ້ນເດືອນ ທັນວາ ຜ່ານມາ, Interpol ໄດ້ປະກາດຄຳເຕືອນໄພລະດັບສູງສຸດເຖິງກຳລັງຕຳຫຼວດຂອງ 194 ປະເທດສະມາຊິກ ແລະ ກ່າວເຕືອນກ່ຽວກັບຄວາມສ່ຽງທີ່ເກີດມີເຄືອຂ່າຍອາດຊະຍາກຳກ່ຽວຂ້ອງເຖິງ ວັກຊິນກັນພະຍາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top