• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

Grand Prix 2020 ດຶງດູດນັກທ່ອງທ່ຽວອົດສະຕາລີມາຫວຽດນາມເປັນຈຳນວນຫຼາຍ

      ນະຄອນຫຼວງຮ່າໂນ້ຍ ພວມກະກຽມໃຫ້ເລື່ອງກາຍເປັນເຈົ້າພາບຈັດຕັ້ງການແຂ່ງ ລົດ Grand Prix, ການແຂ່ງລົດ F1 ຈະດຳເນີນໃນປີ 2020.

(ພາບປະກອບ)
      ໃນຈຸດເວລານີ້, ໝາຍຄວາມວ່າຍັງມີເວລາພຽງແຕ່ 1 ປີອີກຈະດຳເນີນການແຂ່ງລົດ, ບັນດາບໍລິສັດການບໍລິການຂອງອົດສະຕາລີ ເລີ່ມສົນໃຈ ແລະ ຢາກຊອກຮູ້ກ່ຽວກັບບັນດາຂໍ້ມູນຂ່າວສານທີ່ກ່ຽວຂ້ອງ ເພື່ອສາມາດສ້າງຕັ້ງລາຍການໂຄສະນາ, ດຶງດູດນັກທ່ອງທ່ຽວມາຫວຽດນາມ ເນື່ອງໃນໂອກາດນີ້ຢ່າງທັນການ. ທ່ານ Patrick Wedge, ຜູ້ອຳນວຍການໃຫຍ່ບໍລິຫານຂອງ The Motorsport Shop, ໃຫ້ຮູ້ວ່າ.
        “ຫວຽດນາມ ແມ່ນຈຸດນັດພົບເຊິ່ງພວກເຮົາຄວນໃຫ້ທຸກຄົນຮູ້ໄດ້ວ່າ ເຂົາເຈົ້າຈະຄົ້ນຫາສິ່ງໃດຢູ່ນັ້ນ. ເມື່ອນັກທ່ອງທ່ຽວມາຫວຽດນາມ ເທື່ອໜຶ່ງ ແລະ ມີຫຼາຍສິ່ງທີ່ເປັນໜ້າຈັບໃຈ ເຂົາເຈົ້າອາດຈະມາຢ້ຽມຢາມອີກ, ຊ້ຳບໍ່ໜຳແມ່ນປີໃດກໍ່ຈະມາທ່ອງທ່ຽວ. ສະນັ້ນ, ຂ້າພະເຈົ້າຢາກໃຫ້ນັກທ່ອງທ່ຽວທັງມາຊົມການແຂ່ງລົດ Grand Prix, ທັງມີພຶດຕິກຳຕົວຈິງໃນການບໍລິການດີທີ່ສຸດຢູ່ຫວຽດນາມ”.
        ສ່ວນທ່ານຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈຳ Sydney ຈິ້ງດຶກຫາຍ, ໃຫ້ຂໍ້ສັງເກດວ່າ, ປີ 2020 ຫວຽດນາມ ຈະຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍຄົນ, ໃນນັ້ນມີນັກທ່ອງທ່ຽວອົດສະຕາລີ ໂດຍຫວຽດນາມ ແມ່ນປະເທດຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແລະ ກໍ່ແມ່ນແຫ່ງຈັດຕັ້ງການແຂ່ງລົດ F1.
        “ເຫດການ Grand Prix, ການແຂ່ງລົດ F1 ຢູ່ຮ່າໂນ້ຍ ຈະແມ່ນການກະຕຸກຊຸກຍູ້ອັນໃຫຍ່ຫຼວງໃຫ້ແກ່ຂະແໜງອຸດສາຫະກຳທ່ອງທ່ຽວຫວຽດນາມ. ສະຖານກົມສູນໃຫຍ່ຫວຽດນາມ ປະຈຳ Sydney ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາອົງການຈັດຕັ້ງທີ່ກ່ຽວຂ້ອງ ຂອງອົດສະຕາລີ ເພື່ອເຮັດແນວໃດ ປີ 2020 ຢູ່ຮ່າໂນ້ຍ ເວົ້າສະເພາະ ແລະ ບັນດາທ້ອງຖິ່ນທີ່ມີທິວທັດທຳມະຊາດຫຼາຍແຫ່ງຂອງຫວຽດນາມ ເວົ້າລວມ ຈະກາຍເປັນໜຶ່ງໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ດຶງດູດທີ່ສຸດໃນໂລກ”.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ຫວຽດ​ນາມ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສາ​ກົນ ຄັ້ງ​ທີ 12 ການ​ນຳ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ຄວາມ​ໝັ້ນ​ຄົງ

ທ່ານພົນເອກ ໂຕເລິມ ໄດ້ໃຫ້ຂໍ້ສັງເກດວ່າ ການພັດທະນາຢ່າງແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານໃນຂອບເຂດທົ່ວໂລກ ພວມຍູ້ໄວບັນດາການເຄື່ອນໄຫວຂອງອາດຊະຍາກຳນຳໃຊ້ເຕັກໂນໂລຢີສູງ ທີ່ໄດ້ດຳເນີນໃນວົງກ້ວາງ.

Top