Festival ເຫວ້ 2018: ງານບຸນ “ເປັນເອກະລັກໝູ່ບ້ານເກົ່າແກ່”
ງານບຸນ “ເປັນເອກະລັກໝູ່ບ້ານເກົ່າແກ່” ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາລາຍການປະສົບຜົນສຳເລັດໃນຈຳນວນບັນດາລາຍການຕອບສະໜອງເຫດການ Festival ເຫວ້ 2018,
ງານບຸນ “
ເປັນເອກະລັກໝູ່ບ້ານເກົ່າແກ່” ຢູ່ບ້ານເກົ່າແກ່ ເຟືອກຕິກ, ຕາແສງ ຟອງຮ່ວາ, ເມືອງ ຟອງດຽນ, ແຂວງ ເທື່ອທຽນເຫວ້ ໄດ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມກ່ວາ 50.000 ເທື່ອຄົນ. ງານບຸນ “
ເປັນເອກະລັກໝູ່ບ້ານເກົ່າແກ່” ດຳເນີນແຕ່ວັນທີ 29 ເມສາ ຈົນຮອດງານ Festival ເຫວ້ 2018 ສີ້ນສຸດລົງ, ອັນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນເກືອບ 700 ຄົນ.
ທີ່ງານບຸນ ມີບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ກິລາກາຍຍະກຳ ແລະ ບັນດາການລະຫຼິ້ນພື້ນເມືອງຂອງເຂດບ້ານນາ ຟອງຮ່ວາ. ເຂົ້າຮ່ວມງານບຸນ, ແຂກທ່ອງທ່ຽວໄດ້ຢ້ຽມຊົມໝູ່ບ້ານອາຊີບຫັດຖະກຳ, ໄດ້ລົງເຮັດຕົວຈິງສຳລັບການເຮັດຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟືອກຕີກ, ຄວັດສະຫຼັກໄມ້ ໝີຊວຽນ, ເຮັດເຂົ້າໜົມພື້ນເມືອງ…
(ແຫຼ່ງຄັດຈາກ VOV)