ຂ່າວສານ

Festival ເຫວ້ 2018: ງານບຸນ “ເປັນເອກະລັກໝູ່ບ້ານເກົ່າແກ່”

      ງານບຸນ ເປັນເອກະລັກໝູ່ບ້ານເກົ່າແກ່ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາລາຍການປະສົບຜົນສຳເລັດໃນຈຳນວນບັນດາລາຍການຕອບສະໜອງເຫດການ Festival ເຫວ້ 2018,
ງານບຸນ “ເປັນເອກະລັກໝູ່ບ້ານເກົ່າແກ່” ຢູ່ບ້ານເກົ່າແກ່ ເຟືອກຕິກ, ຕາແສງ ຟອງຮ່ວາ, ເມືອງ ຟອງດຽນ, ແຂວງ ເທື່ອທຽນເຫວ້ ໄດ້ດຶງດູດແຂກທ່ອງທ່ຽວເຂົ້າຮ່ວມກ່ວາ 50.000 ເທື່ອຄົນ. ງານບຸນ “ເປັນເອກະລັກໝູ່ບ້ານເກົ່າແກ່” ດຳເນີນແຕ່ວັນທີ 29 ເມສາ ຈົນຮອດງານ Festival ເຫວ້ 2018 ສີ້ນສຸດລົງ, ອັນໄດ້ດຶງດູດການເຂົ້າຮ່ວມຂອງນັກສິລະປິນເກືອບ 700 ຄົນ.
        ທີ່ງານບຸນ ມີບັນດາການເຄື່ອນໄຫວວັດທະນະທຳ, ສະແດງສິລະປະ, ກິລາກາຍຍະກຳ ແລະ ບັນດາການລະຫຼິ້ນພື້ນເມືອງຂອງເຂດບ້ານນາ ຟອງຮ່ວາ. ເຂົ້າຮ່ວມງານບຸນ, ແຂກທ່ອງທ່ຽວໄດ້ຢ້ຽມຊົມໝູ່ບ້ານອາຊີບຫັດຖະກຳ, ໄດ້ລົງເຮັດຕົວຈິງສຳລັບການເຮັດຜະລິດຕະພັນເຄື່ອງປັ້ນດິນເຜົາ ເຟືອກຕີກ, ຄວັດສະຫຼັກໄມ້ ໝີຊວຽນ, ເຮັດເຂົ້າໜົມພື້ນເມືອງ…
 (ແຫຼ່ງຄັດຈາກ VOV)

top