• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

EVIPA ແມ່ນກຳລັງໜູນເພື່ອໃຫ້ຫວຽດນາມສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ຍົກສູງລະບົບມູນຄ່າເພີ່ມຂອງຜະລິດຕະພັນກະເສດຫວຽດນາມ

      ຫວຽດນາມສືບຕໍ່ກ້າວເຂົ້າສູ່ໄລຍະເຊື່ອມໂຍງໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ດ້ວຍການເຂົ້າຮ່ວມ EVFTA. EVFTA ຈະແມ່ນກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ເປີດກ້ວາງການແຊກຊຶມເຂົ້າຕະຫຼາດ EU ຂອງຜະລິດຕະພັນກະເສດຫວຽດນາມ.

ທ່ານຫງວຽນຈີຢຸງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມພ້ອມກັບ ທ່ານ Stefan-Radu Oprea ລັດຖະມົນຕີກະຊວງສິ່ງແວດລ້ອມແຫ່ງການດຳເນີນທຸລະກິດ, ການຄ້າ ແລະ ວິສາຫະກິດ ຣູມານີ (ພາບ: VGP)
      ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ, ການປະຕິບັດຄຳໝັ້ນສັນຍາຕາມສັນຍາອາລັກຂາການລົງທຶນ (ສັນຍາ EVIPA) ທີ່ຫາກໍ່ໄດ້ຮັບການໃຫ້ສັດຕະຍາບັນຢູ່ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XIVນັ້ນ, ຈະແມ່ນກຳລັງໜູນຊຸກຍູ້ ຫວຽດນາມສືບຕໍ່ສ້າງລະບົບລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດຕາມທິດນັບມື້ນັບມີຄວາມສະດວກ, ສະເໝີພາບປອດໄພ, ໂປ່ງໃສ ແລະ ເປັນມິດກັບບັນດານັກລົງທຶນທີ່ຂຶ້ນກັບທຸກໆພາກສ່ວນເສດຖະກິດຫຼາຍກ່ວາເກົ່າ.
        ພ້ອມກັບບັນດາຄຳໝັ້ນສັນຍາກ່ຽວກັບການເປີດຕະຫຼາດສິນຄ້າ, ການບໍລິການ, ການລົງທຶນຕາມສັນຍາ ການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ(EVFTA), ການປະຕິບັດສັນຍາ EVIPA ຈະສ້າງສະພາບແວດລ້ອມແຫ່ງຄວາມສະດວກເພື່ອໃຫ້ຫວຽດນາມຍູ້ແຮງການດຶງດູດນັກລົງທຶນຢູ່ບາງຂົງເຂດເຊິ່ງ EU ມີຄວາມສາມາດບົ່ມຊ້ອນ ແລະ ທ່າແຮງ ຍ້ອນວ່າ ລະດັບຫັນການລົງທຶນເປັນເສລີຂອງ EU ເຂົ້າຫວຽດນາມຈະເພີ່ມຂຶ້ນ.
        ຫວຽດນາມສືບຕໍ່ກ້າວເຂົ້າສູ່ໄລຍະເຊື່ອມໂຍງໃໝ່ຢ່າງຮອບດ້ານ ແລະ ເລິກເຊິ່ງກ່ວາອີກ ດ້ວຍການເຂົ້າຮ່ວມ EVFTA. EVFTA ຈະແມ່ນກຳລັງໜູນແກ່ການເຕີບໂຕເສດຖະກິດ ແລະ ເປີດກ້ວາງການແຊກຊຶມເຂົ້າຕະຫຼາດ EU ຂອງຜະລິດຕະພັນກະເສດຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ການ​ສົ່ງ​ອອກ​ເຄື່ອງເອ​ເລັກ​ໂຕ​ນິກ​ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍບັນ​ລຸ​ 145 ຕື້ USD

ໃນສະພາບການພູມສາດການເມືອງ ແລະ ເຕັກໂນໂລຢີທົ່ວໂລກ ມີການປ່ຽນແປງຢ່າງລຽນຕິດນັ້ນ, ຫວຽດນາມ ພວມຫັນປ່ຽນຈາກ “ໂຮງງານຜະລິດ” ກາຍເປັນສູນນະວັດຕະກໍາເຕັກໂນໂລຢີສູງຂອງພາກພື້ນ” ເທື່ອລະກ້າວ. ດ້ວຍວົງເງິນສົ່ງອອກເຄື່ອງເອເລັກໂຕນິກບັນລຸກວ່າ 125 ຕື້ USD ໃນປີ 2024 ແລະ ທ່າອຽງພວມເຕີບໂຕຢ່າງວ່ອງໄວ, ພ້ອມກັບການປະກົດຕົວຂອງສູນຄົ້ນຄວ້າ ແລະ ພັດທະນາ (R&D) ຕ່າງປະເທດທີ່ນັບມື້ນັບຫຼາຍ, ຫວຽດນາມ ພວມມຸ່ງໄປເຖິງເປົ້າໝາຍ ສົ່ງອອກເຄື່ອງເອເລັກໂຕນິກໃຫ້ບັນລຸ 145 ຕື້ USD.

Top