• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

CRAFV ຮຽກຮ້ອງຈີນເຄົາລົບຄຳຕັດສິນຂອງສານອະນຸຍາໂຕຕຸລາການກ່ຽວກັບຄະດີຟ້ອງຮ້ອງລະຫວ່າງຈີນ-ຟີລິບປິນ

ຈີນດຳເນີນການກໍ່ສ້າງໃນເກາະ ຈື໋ເທີບ
(ພາບ:AFP)
      ວັນ​ທີ 10/8, ສະພາ​ຜູ້ຕາງ​ໜ້າ​ບັນດາ​ສະມາຄົມ ຝຣັ່ງ - ຫວຽດນາມ (​CRAFV) ​ໄດ້​ຝາກຂໍ້​ສະ​ເໜີ​​ແນະ​ຕໍ່​ປະທານາທິບໍດີ, ລັດຖະບນ ​ແລະ ສະພາ​ແຫ່ງ​ຊາດ ຝຣັ່ງ, ລັດຖະສະພາ ​ແລະ ຄະນະ​ກຳມະການ​ເອີ​ລົບ, ສະຖານທູດ ຈີນ, ອາ​ເມ​ລິ​ກາ, ບັນດາ​ປະ​ເທດ ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ໃຫຍ່​ອື່ນໆ​ປະຈຳ ຝຣັ່ງ, ຮຽກຮ້ອງ​ໃຫ້ ຈີນ ​ຕ້ອງເຄົາລົບ​ຄຳ​ຕັດສິນ​ຂອງ​ສານ​ສານ​ອະນຸ​ຍາ​​ໂຕ​ຕຸລາການກ່ຽວ​ກັບ​ຄະດີ​ຟ້ອງຮ້ອງ​ລະ​ຫວ່າງ ຟີ​ລິບ​ປິນ ​ແລະ ຈີນ ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ວັນ​ທີ 12/7 ຜ່ານ​ມາ. ຂໍ້​ສະ​ເໜີ​ແນ​ະລະຫວ່າງ ຟີ​ລິ​ບປິນ ​ແລະ ຈີນ ກ່ຽວຂ້ອງ​ເຖິງທະ​ເລ​ຕາ​ເວັນ​ອອກ ​ເມື່ອ​ວັນ​ທີ 12/7 ຜ່ານ​ມາ. ຂໍ້​ສະ​ເໜີ​ແນະ​ຂອງ CRAFV ​ເນັ້ນ​ໜັກ​ເລື່ອງ ຈີນ ​ມີ​ບັນດາ​ການ​ກະທຳ​ຜິດພາດ, ລະ​ເມີດ​ສິດອະທິປະ​ໄຕ​ຂອງ ຟີ​ລິບ​ປິນ ​ແລະ ທຳ​ລາຍສິ່ງ​ແວດ​ລ້ອມ​ຢູ່​ເຂດ​ທະ​ເລ​ນີ້​ແມ່ນການ​ກະທ​ຳລະ​ເມີດກົດໝາຍ​ສາກົນ, ສິດ​ອະທິປະ​ໄຕ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດຂອງ ຟີ​ລິບ​ປິນ ​ແລະ ​ເປີດກ້ວາງ​ກ່ວາ​ແມ່ນ​ບັນດາ​ປະ​ເທດ​ໃນ​ພາ​ກພື້ນ. ຂໍ້​ສະ​ເໜີ​ແນະ​ຮຽກຮ​້ອງ​ໃຫ້​ລັດຖະບານ ​ແລະ ບັນດາ​ອົງການ​ການ​ເມືອງ ຝຣັ່ງ, ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ, ອາ​ຊຽນ… ມີ​ການ​ກະທຳ​ທ່ີ​ຈຳ​ເປັນ​ເພື່ອ​ຮຽກຮ້ອງ​ໃຫ​້ ຈີນ ​ເຄົາລົບ​ຄຳ​ຕັດສິນ​ຂອງ​ສານ​ອະນຸ​ຍາ​​ໂຕ​ຕຸລາການ​ກ່ຽວ​ກັບ​ກໍ​ລະ​ນີຟ້ອງ​ຮ້ອງ​ລະຫວ່າງ ຟີ​ລິບ​ປິນ ​ແລະ ຈີນ ກ່ຽວຂ້ອງ​ເຖິງ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ​ເຄົາລົບ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS), ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເກາະ​ທຽມ​ຜິດ​ກົດໝາຍ ​ແລະ ​ໃຊ້​ກຳລັງ​ການ​ທະຫານ​ຢູ່​ບັນດາ​ເກາະ​​ແຫ່ງ​ນີ້, ຢຸດຕິ​ບັນດາ​ການ​ກະທຳ​ສະກັດ​ກັ້ນ​ຊາວ​ປະມົງ ຫວຽດນາມ ຢ່າງ​ຜິດ​ກົດໝາຍ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ຫວຽດ​ນາມ ແລະ ເຢຍ​ລະ​ມັນ​ເຊັນຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຄູ່​ຮ່ວມ​ມື​ພະ​ລັງ​ງານ

ບັນດາຂົງເຂດສອງປະເທດໃຫ້ບຸລິມະສິດຮ່ວມມືລວມມີ: ສ້າງນະໂຍບາຍໃຫ້ສົມບູນແບບ, ພັດທະນາພະລັງງານທົດແທນ, ຫັນຂະແໜງໄຟຟ້າເປັນດີຈີຕອນ, ຍົກສູງປະສິດທິຜົນໃນການນຳໃຊ້ພະລັງງານ, ຫັນຕາແໜ່ວງໄຟຟ້າເປັນທັນສະໄໝ.

Top