• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

APEC 2017: ໜັງສືພິມສິງກະໂປຕີລາຄາສູງພາລະກິດແຫ່ງການປ່ຽນແປ່ງໃໝ່ຂອງຫວຽດນາມ

      ຕີລາຄາສູງຜົນສຳເລັດຂອງສັບປະດາຂັ້ນສູງເວທີປາໄສຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) 2017 ຢູ່ດ່ານັ້ງ, ຫວຽດນາມ ໄລຍະຜ່ານມາ, ພ້ອມທັງ, ສື່ມວນຊົນພາກພື້ນກໍ່ໄດ້ຕີລາຄາສູງການພັດທະນາຢ່າງວ່ອງໄວ, ກໍຄືບັນດາຜົນງານໃຫຍ່ຫຼວງຂອງພາລະກິດແຫ່ງການປ່ຽນແປ່ງໃໝ່ຢູ່ຫວຽດນາມ.

(ພາບປະກອບ: TTXVN)
      ໜັງສືພິມສັງລວມຕອນເຊົ້າ ຂອງສິງກະໂປ ສະບັບອອກວັນທີ 21 ພະຈິກ ເນັ້ນໜັກວ່າ, ໃນໄລຍະຜ່ານມາ ລະດັບເຕີບໂຕດ້ານເສດຖະກິດຂອງຫວຽດນາມ ລ້ວນແຕ່ບັນລຸກວ່າ 7%, ຖືກຈັດເຂົ້າບັນຊີລາຍຊື່ບັນດາປະເທດແຖວໜ້າຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.
        ຕາມຜູ້ຂຽນບົດນີ້, ດ້ວຍເລື່ອງຈັດຕັ້ງສັບປະດາຂັ້ນສູງ APEC 2017 ສຳເລັດ ຢູ່ດ່ານັ້ງ, ຫວຽດນາມ ໄດ້ໂຄສະນາເຖິງເພື່ອນມິດສາກົນກ່ຽວກັບພາບພົດຂອງນະຄອນດ່ານັ້ງ ທີ່ຂະຫຍັນຂັນເຄື່ອນ ແລະ ພັດທະນາ ແລະ ນີ້ກໍ່ແມ່ນພາບພົດຂອງຫວຽດນາມ ຫຍໍ້ລົງ ພ້ອມກັບບັນດາຜົນງານທີ່ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປ່ງໃໝ່, ພິເສດແມ່ນໃນໄລຍະ 10 ປີມໍ່ໆມານີ້. ບົດຂຽນກໍ່ໄດ້ເນັ້ນໜັກເຖິງລະດັບເຕີບໂຕດ້ານເສດຖະກິດຢ່າງແຮງ ແລະ ບັນດາຜົນງານກ້າວໜ້າເຊິ່ງຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່ ແມ່ນຍ້ອນຜົນສຳເລັດຂອງວິວັດການເຊື່ອມໂຍງເຂົ້າກັບພາກພື້ນ ແລະ ໂລກາພິວັດຂອງຫວຽດນາມ.
 (ແຫຼ່ງຄັດຈາກ VOV)

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ອາ​ເມ​ລິ​ກາ - ເວ​ເນ​ຊູ​ເອ​ລາ ປຶກ​ສາ​ຫາ​ລື​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ການ​ສົ່ງ​ອອກ​ນ້ຳ​ມັນ​ດິບ

ຫວ່າງມໍ່ໆມານີ້, ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ, ບັນດາເຈົ້າໜ້າທີ່ ເວເນຊູເອລາ ແລະ ອາເມລິກາ ພວມປຶກສາຫາລືກ່ຽວກັບຄວາມສາມາດເຊື່ອມຕໍ່ການສົ່ງອອກນ້ຳມັນດິບຂອງປະເທດນີ້ໄປຍັງ ອາເມລິກາ.

Top